วันเสาร์ที่ 19 มีนาคม พ.ศ. 2554

ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ພັກ ປະຊາຊົນ ປະຕິວັດ​ລາວ

ລາຍ​ງານ​ທິດ​ທາງໜ້າທີ່​ຕົ້ນຕໍ​ຂອງ​ແຜນ​ພັດທະນາ​
ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII
(2011-2015) ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX
ຂອງ​ພັກ ປະຊາຊົນ ປະຕິວັດ​ລາວ
ສະ​ເໜີ​ໂດຍ: ສະຫາຍ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,
ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳການ​ລັດຖະບານ ( ​ໃນ​ວັນ​ທີ 17 ມີນາ 2011)
ຮຽນ: - ສະຫາຍ ເລຂາທິການໃຫຍ່ ທີ່ເຄົາລົບນັບຖືຢ່າງສູງ,
ຮຽນ: - ບັນດາສະຫາຍໃນຄະນະປະທານ ທີ່ນັບຖື,
ຮຽນ: - ບັນດາແຂກຜູ້ມີກຽດ ທີ່ນັບຖື,
ຮຽນ: - ບັນດາສະຫາຍຜູ້ແທນຂອງກອງປະຊຸມໃຫຍ່ ທີ່ຮັກແພງ,
ອີງຕາມການມອບໝາຍຂອງກົມການເມືອງສູນກາງພັກ ແລະ ສະຫາຍນາຍົກລັດຖະມົນຕີ, ຂ້າພະເຈົ້າຂໍລາຍງານ
ເນື້ອໃນຢ່າງສັງລວມກ່ຽວກັບທິດທາງໜ້າທີ່ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015)
ຕໍ່ກອງປະຊຸມໃຫຍ່.
ບົດລາຍງານປະກອບດ້ວຍ 2 ພາກໃຫຍ່ຄື:
ພາກທີ I : ໝາກຜົນແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VI
(2006-2010)
ພາກທີ II : ທິດທາງໜ້າທີ່ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015)
ຕໍ່ໄປຂ້າພະເຈົ້າຂໍເຂົ້າສູ່ພາກທີ I ດັ່ງນີ້:
I. ຫມາກຜົນແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VI
(2006-2010).
ໂດຍອີງຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ, ມະຕິຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ
ຊຸດທີ VI ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI (2006-2010), ພວກເຮົາສັງເກດເຫັນວ່າ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI ໂດຍລວມແມ່ນມີຜົນສຳເລັດໃນລະດັບສູງ, ບັນດາຄາດ
ໝາຍໃຫຍ່ຕົ້ນຕໍຈຳນວນຫຼາຍແມ່ນໄດ້ບັນລຸຜົນ, ລະດັບການຜະລິດ-ການບໍລິການໄດ້ຮັບການພັດທະນາຂຶ້ນຕື່ມ ເຊິ່ງໄດ້ເຮັດໃຫ້
ພື້ນຖານເສດຖະກິດແຫ່ງຊາດ ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.
ຫມາກຜົນຕົ້ນຕໍທີ່ພົ້ນເດັ່ນໃນແຕ່ລະດ້ານມີດັ່ງນີ້:
1. ຜົນໄດ້ຮັບດ້ານເສດຖະກິດມະຫາພາກ:
l ການເຕີບໂຕຂອງເສດຖະກິດ: ໂດຍລວມເສດຖະກິດມະຫາພາກໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງໂດຍ
ພື້ນຖານ, ອັດຕາການຂະຫຍາຍຕົວຂອງເສດຖະກິດໃນ 5 ປີ ສະເລ່ຍແມ່ນ 7,9% ຕໍ່ປີ (ແຜນການທີ່ວາງອອກແມ່ນໃຫ້ບັນລຸແຕ່
7,5% ຂຶ້ນໄປຕໍ່ປີ); ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນສົກປີ 2009-2010 ເທົ່າກັບ 54.282 ຕື້ກີບ ສົມທຽບ
ໃສ່ສົກປີ 2004-2005 ເພີ່ມຂຶ້ນ 1,89 ເທົ່າ.
l ອັດຕາເງິນເຟີ້: ສາມາດຄຸ້ມຄອງໃຫ້ໄປຕາມຄາດໝາຍຂອງແຜນການ (ແຜນວາງໄວ້ໃຫ້ຕ່ຳກວ່າ 10%) ແລະ ຢູ່ໃນຂອບ
ຂອງການຄຸ້ມຄອງມະຫາພາກ. ໃນຕົວຈິງມີຄື: ອັດຕາເງິນເຟີ້ໃນປີທີ 1 (2005-2006) ເທົ່າກັບ 8%, ຈາກນັ້ນໄດ້ຫລຸດລົງຢູ່ໃນ
ລະດັບ 4-5% ໃນອີກ 4 ປີຕໍ່ມາ. ໂດຍລວມແລ້ວໃນໄລຍະ 5 ປີເຫັນວ່າລາຄາສິນຄ້າອຸປະໂພກມີສະຖຽນລະພາບ ແລະ ອັດ
ຕາເງິນເຟີ້ຕໍ່ປີສາມາດຄວບຄຸມໄດ້ ແລະ ຕ່ຳກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ ເຊິ່ງເຮັດໃຫ້ຄວາມສາມາດຊື້ຂອງຜູ້
ບໍລິໂພກສູງຂຶ້ນ.
l ການລົງທຶນ: ທັງໝົດປະຕິບັດໄດ້ 62 ພັນຕື້ກີບ, ທຽບໃສ່ແຜນການ 5 ປີຄັ້ງທີ V ເພີ່ມຂຶ້ນ 2 ເທົ່າ.
l ການປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ: ລາຍຮັບລວມ 5 ປີ ປະຕິບັດໄດ້ 39.436 ຕື້ກີບ ກວມ 17,9% ຂອງ
GDP, ເທົ່າກັບ 110% ຂອງແຜນການ; ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 31.168 ຕື້ກີບ ເທົ່າ 105% ຂອງແຜນການ.
ລາຍຈ່າຍລວມ 5 ປີປະຕິບັດໄດ້ 49.214 ຕື້ກີບ, ກວມ 22,39% ຂອງ GDP, ເທົ່າກັບ 103% ຂອງ ແຜນການ. ໝາຍຄວາມ
ວ່າຂາດດຸນ 4,45% ຂອງ GDP, ເຫັນວ່າຈັງຫວະການຂາດດຸນມີທ່າອ່ຽງຫລຸດລົງ.
l ການນຳເຂົ້າ-ສົ່ງອອກສິນຄ້າ: ສົ່ງອອກທັງໝົດໄດ້ 5,69 ຕື້ໂດລາສະຫະລັດ, ນຳເຂົ້າທັງໝົດໄດ້ 6,61 ຕື້ໂດລາສະຫະລັດ,
ການຂາດດຸນເທົ່າກັບ 0,92 ຕື້ໂດລາສະຫະລັດ, ເທົ່າກັບ 3,8% ຂອງ GDP. ສັງເກດເຫັນວ່າອັດຕາການຂາດດຸນການຄ້າຕໍ່ເສດ
ຖະກິດລວມໄດ້ຫລຸດລົງຈາກ 10,79% ໃນໄລຍະ 2001-2005 ມາເປັນ 3,8% ໃນໄລຍະປີ 2006-2010.
2. ໝາກຜົນແຫ່ງການພັດທະນາຕາມຂະແໜງຕົ້ນຕໍ, ຂົງເຂດ ແລະ ເຂດແຄ້ວນ:
2.1 ກ່ຽວກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ການພັດທະນາເຂດຈຸດສຸມ:
ກ່ອນອື່ນພວກເຮົາໄດ້ກຳນົດເຂດຈຸດສຸມພັດທະນາຂອງສູນກາງ, ແຂວງ ແລະ ເມືອງ, ຈາກນັ້ນກໍ່ດຳເນີນການກໍ່ສ້າງຮາກຖານ
ພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍຂອງພັກ ໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງ. ອີງຕາມທິດນຳດັ່ງ
ກ່າວນີ້ພວກເຮົາໄດ້ຕັ້ງໜ້າສົ່ງເສີມການສ້າງລາຍຮັບຂອງປະຊາຊົນ ໂດຍເລັ່ງໃສ່ການສົ່ງເສີມການຜະລິດເປັນສິນຄ້າຂອງຄອບຄົວ
ແລະ ກຸ່ມການຜະລິດໄປ ພ້ອມກັບການພັດທະນາພື້ນຖານໂຄງລ່າງຊົນນະບົດ ເຊິ່ງໄດ້ເຮັດໃຫ້ເກີດມີກຸ່ມການຜະລິດ ແລະ ກຸ່ມ
ທ້ອນເງິນໃນຮູບແບບຕ່າງໆຫລາຍຂຶ້ນ; ໄດ້ສ້າງຂີດຄວາມສາມາດແກ່ປະຊາຊົນ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ ໂດຍສະ
ເພາະແມ່ນຂັ້ນເມືອງ ແລະ ກຸ່ມບ້ານ, ເຊິ່ງສະແດງອອກໃນການຈັດເຝິກອົບຮົມກ່ຽວກັບວິຊາກົດໝາຍໄລຍະສັ້ນໃຫ້ພະນັກງານຂັ້ນ
ບ້ານຈຳນວນ 2.687 ຄົນ, ເຝິກອົບຮົມກ່ຽວກັບການວາງແຜນພັດທະນາກຸ່ມບ້ານໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນທັງໝົດ 2.760
ເທື່ອຄົນ ແລະ ໄດ້ນຳພາສ້າງແຜນພັດທະນາສຳເລັດຕົວຈິງຈຳນວນ 133 ກຸ່ມບ້ານ ໃນ 69 ເມືອງ, ພ້ອມກັນນັ້ນກໍ່ເຝິກອົບຮົມ
ວິທີການປູກ -ການລ້ຽງຕ່າງໆໃຫ້ຊາວກະສິກອນຢ່າງເປັນປະຈຳ. ລັດຖະບານໄດ້ຈັດສັນງົບປະມານ ເພື່ອປະຕິບັດໂຄງການພັດ
ທະນາກຸ່ມບ້ານຕ່າງໆມີທັງໝົດ 491 ໂຄງການມູນຄ່າ 124 ຕື້ກີບ; ໄດ້ສ້າງຕັ້ງກອງທຶນພັດທະນາຂັ້ນບ້ານສຳເລັດຢູ່ 528 ບ້ານ,
ມີທຶນໝູນວຽນທັງໝົດ 42,53 ຕື້ກີບ; ທະນາຄານສົ່ງເສີມກະສິກຳໄດ້ປ່ອຍສິນເຊື່ອໃຫ້ຊາວກະສິກອນໄດ້ 130.000 ຄອບຄົວ
ເປັນທຶນ 1.284 ຕື້ກີບ, ທະນາຄານນະໂຍບາຍປ່ອຍສິນເຊື່ອໃຫ້ 65.431 ຄອບຄົວ ເປັນຈຳນວນເງິນ 805,55 ຕື້ກີບ; ກອງທຶນ
ຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດຕັ້ງປະຕິບັດຢູ່ 7 ແຂວງເປົ້າໝາຍລວມມີ 21 ເມືອງທຸກຍາກ, 161 ກຸ່ມບ້ານ, 1.900
ບ້ານ ລວມມູນຄ່າ 203 ຕື້ກີບ. ເບິ່ງລວມແລ້ວຊີວິດການເປັນຢູ່ຂອງປະຊາຊົນ ແມ່ນໄດ້ຮັບການປົວແປງໃຫ້ດີຂຶ້ນເລື້ອຍໆ; ອີງ
ໃສ່ຜົນການສຳຫລວດການຊົມໃຊ້ ແລະ ໃຊ້ຈ່າຍຂອງຄົວເຮືອນ, ອັດຕາຄອບຄົວຄວາມທຸກຍາກ ໄດ້ຫລຸດລົງຈາກ 27,7%
ໃນສົກປີ 2002-2003 ມາເປັນ 20,4% ໃນສົກປີ 2009-2010.
2.2 ກ່ຽວກັບຂົງເຂດເສດຖະກິດ:
ໂດຍລວມແມ່ນພວກເຮົາໄດ້ສ້າງພື້ນຖານວັດຖຸ-ເຕັກນິກອັນຈຳເປັນຂຶ້ນໄດ້ຈຳນວນໜຶ່ງ, ທັງສ້າງສະພາບແວດລ້ອມອຳນວຍ
ໃຫ້ແກ່ການເຄື່ອນໄຫວຂອງບັນດາຫົວໜ່ວຍວິສາຫະກິດ, ເຮັດໃຫ້ການຜະລິດ-ການບໍລິການຂອງບັນດາພາກສ່ວນເສດຖະກິດ
ໄດ້ຮັບການປັບປຸງໃຫ້ດີຂຶ້ນຕາມກົນໄກເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ ແລະ ມີທ່າກ້າວຂຶ້ນຕາມທິດຫັນເປັນອຸດ
ສາຫະກຳ ແລະ ທັນສະໄໝ. ອັນພິເສດແມ່ນໄດ້ສຳເລັດການສ້າງຕັ້ງຕະຫລາດຫລັກຊັບລາວຂຶ້ນຕາມແຜນການທີ່ວາງໄວ້.
ຜົນສຳເລັດພົ້ນເດັ່ນມີດັ່ງນີ້:
(1). ການຜະລິດເຂົ້າສະເລ່ຍໃນ 5 ປີແມ່ນບັນລຸ 2,9 ລ້ານໂຕນຕໍ່ປີ, ສະເລ່ຍເຂົ້າເປືອກຕໍ່ຫົວຄົນ 470 ກລ/ຄົນ/ ປີ
ເຊິ່ງສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ. ນອກຈາກການຜະລິດເຂົ້າແລ້ວພວກເຮົາຍັງໄດ້ສົ່ງເສີມທ່າແຮງດ້ານ
ກະສິກຳອື່ນໆອີກ, ອັນພົ້ນເດັ່ນແມ່ນການຜະລິດພືດເປັນສິນຄ້າຫລາຍຊະນິດໄດ້ແຜ່ກ້ວາງອອກໃນຫລາຍທ້ອງຖິ່ນເຊັ່ນ: ການ
ຜະລິດສາລີເພີ່ມຂຶ້ນຫລາຍ ແລະ ສາມາດປ້ອນໂຮງງານອາຫານສັດຢູ່ພາຍໃນໄດ້ຢ່າງພຽງພໍ, ທັງມີສ່ວນສົ່ງອອກໄປຕ່າງປະເທດ;
ການຜະລິດມັນຕົ້ນແມ່ນສາມາດປ້ອນໃຫ້ໂຮງງານຜະລິດແປ້ງມັນ, ການຜະລິດອ້ອຍໄດ້ບັນລຸ 703.000 ໂຕນ ເພີ່ມຂຶ້ນ 3 ເທົ່າ
ທຽບໃສ່ປີ 2005 ແລະ ສາມາດປ້ອນໂຮງງານນ້ຳຕານຢູ່ພາຍໃນ; ການຜະລິດກາເຟ ສະເລ່ຍແຕ່ລະປີບັນລຸ 45.194 ໂຕນ.
ສ່ວນການຜະລິດພືດຜັກທົ່ວໄປ ແລະ ພືດປອດສານເຄມີແມ່ນພຽງພໍກັບຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍ
ຕ່າງປະເທດຈຳນວນໜຶ່ງ. ຄຽງຄູ່ກັນນັ້ນກໍ່ໄດ້ເອົາໃຈໃສ່ຂະຫຍາຍອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ, ຊຸກຍູ້ການປູກຕົ້ນໄມ້
ອຸດສາຫະກຳ, ເປັນຕົ້ນຢາງພາລາ, ໄມ້ວິກ.
(2). ການຜະລິດໄຟຟ້າ: ໄດ້ສຳເລັດການກໍ່ສ້າງເຂື່ອນໄຟຟ້າ 5 ເຂື່ອນຄື: ເຂື່ອນນ້ຳມັງ 3 (40MW), ນ້ຳເທີນ 2
(1.088 MW), ເຂື່ອນເຊເສັດ 2 (76 MW), ເຂື່ອນນ້ຳລີກ 1/2 (100 MW) ແລະ ເຂື່ອນນ້ຳງື່ມ 2 (615 MW). ທັງ 5
ເຂື່ອນມີກຳລັງຕິດຕັ້ງທັງໝົດ 1.919 ເມກາວັດ ແລະ ມີຄວາມສາມາດຜະລິດພະລັງງານໄດ້ 8.022 ຈິກາວັດໂມງຕໍ່ປີ
(GWH ຕໍ່ປີ). ຮອດປີ 2010, 72% ຂອງຄອບຄົວໃນທົ່ວປະເທດໄດ້ຊົມໃຊ້ໄຟຟ້າ. ການຜະລິດບໍ່ແຮ່ໃນໄລຍະດຽວກັນນີ້
ສະເລ່ຍເພີ່ມຂຶ້ນ 19,91%, ລວມມູນຄ່າການຜະລິດໄຟຟ້າ ແລະ ບໍ່ແຮ່ແມ່ນກວມເອົາ 12,6% ຂອງລວມຍອດມູນຄ່າຜະລິດ
ຕະພັນພາຍໃນ.
(3). ລວມຍອດມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງ ໄດ້ຂະຫຍາຍຕົວໃນອັດຕາສະເລ່ຍ 9,4% ຕໍ່ປີ; ຈຳນວນ
ຫົວໜ່ວຍວິສາຫະກິດກ່ຽວກັບອຸດສາຫະກຳປຸງແຕ່ງມີທັງໝົດ 24.331 ຫົວໜ່ວຍ, ກວມ 19,2% ຂອງຈຳນວນວິສາຫະກິດທັງໝົດ.
ຂະແໜງຫັດຖະກຳໄດ້ມີບາດກ້າວຂະຫຍາຍຕົວໄວ, ສາມາດຈຳໜ່າຍຜະລິດຕະພັນຫັດຖະກຳ ເພີ່ມຂຶ້ນປະມານ 7-8% ຕໍ່ປີ.
ພື້ນຖານໂຄງລ່າງດ້ານການຄ້າໄດ້ມີການຂະຫຍາຍຕົວຢ່າງກ້ວາງຂວາງ, ມາເຖິງປະຈຸບັນມີຕະຫລາດທັງໝົດ 628 ແຫ່ງ.
ໃນນີ້ມີຕະຫລາດໃຫຍ່ 73 ແຫ່ງ, ການຈໍລະຈອນແຈກຢາຍສິນຄ້າໄດ້ລົງເຖິງຊົນນະບົດ, ເຂດຫ່າງໄກສອກຫລີກ.
(4). ພື້ນຖານໂຄງລ່າງດ້ານເສດຖະກິດໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຫລາຍສົມຄວນເປັນຕົ້ນ: ດ້ານຄົມມະນາຄົມ-
ຂົນສົ່ງ, ເສັ້ນທາງລະດັບຕ່າງໆ, ໄປສະນີ, ໂທລະຄົມມະນາຄົມ, ຕາຄ່າຍໄຟຟ້າ, ລະບົບຊົນລະປະທານ, ສະໜາມບິນ, ລົດໄຟ
ແລະ ອື່ນໆ ເຊິ່ງໄດ້ກາຍເປັນແຮງສະໜັບສະໜູນທາງກົງ ແລະ ທາງອ້ອມໃຫ້ແກ່ການຜະລິດ, ການຂົນສົ່ງ, ການຄ້າ-ການລົງທຶນ,
ການທ່ອງທ່ຽວ ແລະ ການດຳລົງຊີວິດຂອງປະຊາຊົນ, ທັງປະກອບສ່ວນຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
(5). ໃນໄລຍະ 5 ປີ ມີນັກທ່ອງທ່ຽວເຂົ້າມາລາວ 8,79 ລ້ານຄົນ ສະເລ່ຍ 1,76 ລ້ານຄົນ/ປີ, ເພີ່ມຂຶ້ນ 44,45% ແລະ
ສ້າງລາຍຮັບສະເລ່ຍຕໍ່ປີໄດ້ 258,04 ລ້ານໂດລາສະຫະລັດ ເພີ່ມຂຶ້ນເທົ່າຕົວສົມທຽບໃສ່ແຜນການ 5 ປີຄັ້ງທີ V.
(6). ການຮ່ວມມືເສດຖະກິດລະຫວ່າງ ສປປ ລາວ ກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໄດ້ຮັບການເສີມຂະ
ຫຍາຍນັບມື້ນັບດີຂຶ້ນ. ພວກເຮົາໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ໃນຂອບການຮ່ວມມືເສດຖະກິດອາຊຽນ
ແລະ ອາຊຽນກັບຄູ່ເຈລະຈາ; ການກະກຽມເຂົ້າເປັນສະມາຊິກອົງການການຄ້າໂລກ ກໍ່ໄດ້ມີຄວາມຄືບໜ້າດີ. ລະດັບການເຊື່ອມ
ໂຍງຂອງປະເທດເຮົາກັບສາກົນບັນລຸ 83% ເພີ່ມຂຶ້ນທົບເທົ່າທຽບໃສ່ປີ 2005.
2.3 ກ່ຽວກັບຂົງເຂດສັງຄົມ:
ຄຽງຄູ່ກັບການພັດທະນາດ້ານເສດຖະກິດຢ່າງແຂງແຮງນັ້ນພັກ ແລະ ລັດຖະບານເຮົາກໍ່ໄດ້ເອົາໃຈໃສ່ພັດທະນາຂົງເຂດວັດ
ທະນະທຳ-ສັງຄົມ ເພື່ອປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນ; ພ້ອມກັນນັ້ນກໍ່ໄດ້ມີຄວາມ
ພະຍາຍາມສູງ ເພື່ອຍົກດັດສະນີໝາຍດ້ານສັງຄົມໃຫ້ສູງຂຶ້ນ ແລະ ຫຍັບເຂົ້າໃກ້ກັບບັນດາປະເທດອ້ອມຂ້າງ ແລະ ພາກພື້ນ,
ໃນແຕ່ລະປີໄດ້ເພີ່ມອັດຕາສ່ວນການລົງທຶນຂອງລັດ ໃນຂົງເຂດສັງຄົມໃຫ້ສູງຂຶ້ນຕາມລຳດັບ ເຊິ່ງສະແດງອອກໃນບາງວຽກງານ
ພົ້ນເດັ່ນດັ່ງນີ້:
(1). ຕາໜ່າງການສຶກສາສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ. ມາເຖິງປະຈຸບັນ, ໂຮງຮຽນສາມັນສຶກສາໄດ້ຂະ
ຫຍາຍຕົວຢ່າງທົ່ວເຖິງນັບທັງເຂດຫ່າງໄກສອກຫລີກ ແລະ ບັນດາເມືອງທຸກຍາກ; ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 3-4
ປີ ບັນລຸໄດ້ 14,6% ລື່ນແຜນວາງໄວ້ຄື 10,4%; ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸ 6-10 ປີໄດ້ເພີ່ມຂຶ້ນຈາກ 84,2%
ໃນສົກປີ 2005-2006 ມາເປັນ 93% ໃນສົກປີ 2009-2010; ໄດ້ຍົກລະດັບຄູສອນທີ່ຍັງບໍ່ທັນໄດ້ມາດຕະຖານຢ່າງຕໍ່ເນື່ອງ;
ນອກຈາກນັ້ນ, ບັນດາສະຖາບັນອາຊີວະສຶກສາ ແລະ ມະຫາວິທະຍາໄລ ກໍ່ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ. ສິ່ງທີ່ໜ້າຊົມຊື່ນ
ແມ່ນພາກເອກະຊົນໄດ້ປະກອບສ່ວນເຂົ້າ ໃນການພັດທະນາການສຶກສານັບມື້ນັບເພີ່ມຂຶ້ນ.
(2). ດ້ານສາທາລະນະສຸກ, ຕາໜ່າງສາທາລະນະສຸກ ໄດ້ຂະຫຍາຍຕົວໄປພ້ອມກັບການບຳລຸງສ້າງແພດຫມໍລະດັບຕ່າງໆ
ໃຫ້ເພີ່ມຂຶ້ນໃນແຕ່ລະປີ, ເຮັດໃຫ້ປະຊາຊົນເຮົາໄດ້ຮັບການບໍລິການດ້ານສາທາລະນະສຸກຂັ້ນພື້ນຖານຢ່າງກ້ວາງຂວາງ ແລະ ມີ
ຄຸນນະພາບດີຂຶ້ນ; ໄດ້ປະຕິບັດນະໂຍບາຍການປິ່ນປົວແບບເສຍຄ່າ ແລະ ບໍ່ເສຍຄ່າ; ສົ່ງເສີມການຮັກສາສຸຂະພາບພະລານາໄມ
ແລະ ການໂພຊະນາການ. ການສັກຢາ ແລະ ຢອດຢາກັນພະຍາດໃຫ້ແມ່ ແລະ ເດັກນ້ອຍ ປະຕິບັດໄດ້ 71% ຂອງເປົ້າໝາຍ,
ອັດຕາການສະໜອງນ້ຳສະອາດບັນລຸ 78% ຂອງຄອບຄົວທັງໝົດ, ອັດຕາການນຳໃຊ້ວິດຖ່າຍຂອງປະຊາຊົນບັນລຸ 52%; ອັດ
ຕາການເປັນໄຂ້ຍຸງໄດ້ຫລຸດລົງຫລາຍພໍສົມຄວນ ໃນໄລຍະຜ່ານມາ; ອາຍຸຍືນສະເລ່ຍປະມານ 64,7 ປີ (ແມ່ຍິງປະມານ 66,7 ປີ,
ຜູ້ຊາຍປະມານ 62,7 ປີ).
(3). ດ້ານແຮງງານ, ສະຫວັດດີການສັງຄົມ, ການພັດທະນາສີມືແຮງງານໄດ້ດຳເນີນຢ່າງຕໍ່ເນື່ອງ, ປະຈຸບັນມີສູນພັດທະນາ
ສີມືແຮງງານ ແລະ ສູນວິຊາຊີບທັງໝົດ 153 ແຫ່ງ ເຊິ່ງສາມາດຝຶກວິຊາຊີບໄດ້ 74.128 ຄົນ, ລື່ນຄາດໝາຍແຜນການ 14,18%;
ຈັດຫາວຽກເຮັດງານທຳໃຫ້ແຮງງານລາວ ໄດ້ທັງໝົດ 556.661 ຄົນ ລື່ນຄາດໝາຍທີ່ວາງໄວ້ 2,23%; ໄດ້ເອົາໃຈໃສ່ປົກປ້ອງສິດ
ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຕາມກົດໝາຍ. ມາເຖິງປີ 2009 ພົນລະເມືອງລາວ ໄດ້ຮັບການປົກປ້ອງ
ແລະ ຄຸ້ມຄອງຈາກລະບົບປະກັນສັງຄົມກວມ 11,74%; ພວກເຮົາໄດ້ປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສທີ່ມີຄຸນງາມ
ຄວາມດີຕໍ່ການປະຕິວັດ ໃນເປົ້າໝາຍຕ່າງໆໄດ້ທັງໝົດ 14.446 ທ່ານ ສຳເລັດການສ້າງສຸສານນັກຮົບປະຕິວັດ ແລະ ນັກຮົບ
ນິລະນາມ.
(4). ດ້ານຖະແຫລງຂ່າວ -ວັດທະນະທຳ, ໄດ້ຂະຫຍາຍສະຖານີວິທະຍຸລະບົບ FM ເພີ່ມຂຶ້ນ 14 ສະຖານີ ລວມເປັນ 43
ສະຖານີໃນທົ່ວປະເທດ, ສາມາດແຜ່ຄື້ນກະຈາຍສຽງ ກວມເອົາ 90% ຂອງພື້ນທີ່ທົ່ວປະເທດ. ສະຖານີໂທລະພາບມີທັງໝົດ 36
ສະຖານີ ສາມາດກະຈາຍພາບໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ເນື້ອໃນຂອງລາຍການອອກອາກາດຂອງວິທະຍຸ ແລະ ໂທລະ
ພາບ ກໍ່ໄດ້ຮັບການປັບປຸງໃຫ້ທັນກັບສະພາບການ ແລະ ມີຄຸນນະພາບດີຂຶ້ນ. ວຽກງານວັດທະນະທຳ ໄດ້ຮັບການຟື້ນຟູ, ປົກປັກ
ຮັກສາ ແລະ ເສີມຂະຫຍາຍຕາມທິດວັດທະນະທຳທີ່ມີລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ, ພ້ອມນີ້ກໍ່ໄດ້ສ້າງບ້ານວັດທະ
ນະທຳໄດ້ 445 ບ້ານ, ສ້າງຄອບຄົວວັດທະນະທຳ ໄດ້ຈຳນວນ 131.346 ຄອບຄົວ.
(5). ດ້ານວຽກງານຍຸຕິທຳ, ໄດ້ຄົ້ນຄ້ວາປະກອບຄຳເຫັນໃສ່ການຮ່າງກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າໄດ້ 50 ສະບັບ,
ລັດຖະບັນຍັດ 20 ສະບັບ, ດຳລັດ 143 ສະບັບ ແລະ ນິຕິກຳອື່ນໆ 189 ສະບັບ; ສາມາດໂຄສະນາກົດໝາຍໄດ້ 6.730
ເທື່ອ/ບ້ານ, ມີຜູ້ເຂົ້າຮ່ວມຟັງ 1.130.821 ຄົນ; ສ້າງຄອບຄົວປອດຄະດີໄດ້ 332.731 ຄອບຄົວ, ບ້ານປອດຄະດີໄດ້ 2.472 ບ້ານ,
ປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄດ້ 7.895 ໜ່ວຍ, ສ້າງນັກກົດໝາຍປະລິນຍາຕີໄດ້ 1.450 ຄົນ, ຊັ້ນກາງ 337 ຄົນ, ຈັດ
ເຝິກອົບຮົມກົດໝາຍໄລຍະ 3 ເດືອນໄດ້ 2.687 ຄົນ.
(6). ດ້ານກິລາ, ເບິ່ງລວມແລ້ວກິລາກາຍຍະກຳປະເພດຕ່າງໆ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງກ້ວາງຂວາງ,
ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສຸຂະພາບ, ພະລານາໄມຂອງປະຊາຊົນ, ຊຸກຍູ້ປຸກລະດົມຂະບວນການ
ຜະລິດທຸລະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຄື່ອນໄຫວສ້າງບົດບາດ ໃນເວທີສາກົນ. ອັນພົ້ນເດັ່ນແມ່ນ
ສປປ ລາວ ໄດ້ຮັບຜົນສຳເລັດຢ່າງສະຫງ່າງາມໃນການເປັນເຈົ້າພາບຈັດການແຂ່ງຂັນມະຫາກຳກິລາຊີເກມຄັ້ງທີ 25 ປີ 2009
ທີ່ນະຄອນຫລວງວຽງຈັນ.
(7). ດ້ານການກວດກາ ແລະ ຄວບຄຸມຢາເສບຕິດ. ຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດແຫ່ງຊາດ ໄດ້ປະ
ສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການສູນກາງທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ດຳເນີນການສຶກສາ
ອົບຮົມປະຊາຊົນໃຫ້ເຂົ້າໃຈນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການກັນ ແລະ ຕ້ານຢາເສບຕິດ, ກໍ່ຄືໃຫ້ເຫັນແຈ້ງໄພອັນ
ຕະລາຍຂອງຢາເສບຕິດນີ້, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ສ້າງວິຊາຊີບໃໝ່ ໃຫ້ປະຊາຊົນໃນເຂດທີ່ເຄີຍປູກຝິ່ນໃນເມື່ອກ່ອນ;
ດ້ານໜຶ່ງອີກ, ກໍ່ປັບປຸງສູນບຳບັດຢາເສບຕິດ, ທັງເພີ່ມທະວີມາດຕະການກວດກາ ເຊິ່ງສາມາດສະກັດກັ້ນ ແລະ ຄວບຄຸມແຫຼ່ງ
ຂົນສົ່ງຢາເສບຕິດໄດ້ດີພໍສົມຄວນ.
2.4 ກ່ຽວກັບຂົງເຂດລັດ:
(1). ອົງການນິຕິບັນຍັດ.
ໄດ້ປັບປຸງກົນໄກການຕິດຕາມ-ກວດກາຄວາມຮັບຜິດຊອບ ແລະ ການປະຕິບັດໜ້າທີ່ຂອງອົງການລັດບໍລິຫານ ແລະ
ອົງການຕຸລາການຂັ້ນສູນກາງ ແລະ ທ້ອງຖິ່ນ, ໄດ້ປັບປຸງ, ສ້າງ ແລະ ຮັບຮອງກົດໝາຍ 50 ສະບັບ, ໄດ້ພິຈາລະນາ ແລະ
ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI, ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນງົບປະມານປະຈຳ
ແຕ່ລະສົກປີ.
ອັນພົ້ນເດັ່ນແມ່ນການຕິດຕາມ ກວດກາການປະຕິບັດລະບຽບການເງິນ, ການບໍລິຫານງານຂອງລັດຖະບານ, ໄອຍະການ
ປະຊາຊົນ ແລະ ສານປະຊາຊົນປະຈຳທຸກ 6 ເດືອນ. ພິເສດແມ່ນສະພາແຫ່ງຊາດ ໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບການ
ດຳເນີນງານຂອງລັດຖະບານໃຫ້ປະຊາຊົນ ຮັບຊາບຢ່າງກ້ວາງຂວາງດ້ວຍຫລາຍຮູບການ.
(2). ອົງການບໍລິຫານລັດ.
ໄດ້ປັບປຸງກົນໄກປະສານງານລະຫວ່າງບັນດາກະຊວງ- ຂະແໜງການສູນກາງດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນ
ດ້ວຍການປະຊຸມຮ່ວມລະຫວ່າງລັດຖະບານກັບເຈົ້າແຂວງປີລະສອງຄັ້ງ; ສ້າງກົນໄກການປົກຄອງ ແລະ ຄຸ້ມຄອງລັດຖະກອນ,
ປັບປຸງກົງຈັກຂອງຂະແໜງການຈຳນວນໜຶ່ງ ເພື່ອໃຫ້ແທດເໝາະກັບກົນໄກແບບແຜນວິທີເຮັດວຽກຕົວຈິງ. ໄດ້ສຳເລັດການປັບປຸງ
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ 8 ກະຊວງ, 3 ມະຫາວິທະຍາໄລ ແລະ ອົງການທີ່ຂຶ້ນກັບສຳນັກງານນາຍົກລັດຖະມົນຕີ
ຈຳນວນໜຶ່ງ. ໄດ້ຫັນບາງວຽກງານຂອງລະບົບການເງິນໄປສູ່ການຄຸ້ມຄອງແບບລວມສູນ ເປັນຕົ້ນວຽກງານພາສີ, ວຽກງານອາກອນ
ແລະ ວຽກງານຄັງເງິນອັນເປັນການຮັບປະກັບຄວາມເຂັ້ມແຂງຂອງງົບປະມານແຫ່ງລັດ.
(3). ອົງການຕຸລາການ (ປະກອບດ້ວຍສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ),
ໄດ້ຕັ້ງໜ້າປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ, ອັນພົ້ນເດັ່ນແມ່ນໄດ້ມີການເຕົ້າໂຮມສານເມືອງ, ອົງການໄອຍະການ
ປະຊາຊົນເມືອງໃຫ້ເປັນສານເຂດ, ອົງການໄອຍະການປະຊາຊົນ​ເຂດ; ໄດ້ປັບປຸງສານອຸທອນ, ອົງການໄອຍະການປະຊາຊົນ
ອຸທອນ ເປັນສານພາກ ແລະ ອົງການໄອຍະການປະຊາຊົນພາກ; ພ້ອມກັນນັ້ນທັງສອງອົງການກໍ່ໄດ້ເອົາໃຈໃສ່ບຳລຸງຍົກລະດັບ
ຄຸນທາດການເມືອງ ແລະ ວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນຂອງຕົນ, ເຮັດໃຫ້ສານປະຊາຊົນ ແລະ ອົງການໄອ
ຍະການປະຊາຊົນ ປະຕິບັດພາລະບົດບາດຂອງຕົນໄດ້ດີຂຶ້ນກວ່າເກົ່າ, ຮັບປະກັນການດຳເນີນຄະດີໄດ້ໄວ, ແທດເຖິງຕົວຈິງ
ແລະ ມີຄວາມຍຸຕິທຳເພີ່ມຂຶ້ນ.
2.5 ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ:
ພວກເຮົາໄດ້ປຸກລະດົມຂົນຂວາຍ ແລະ ຈັດຕັ້ງມະຫາຊົນ ເຂົ້າຮ່ວມການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ
ແລະ ສຳນັກງານ- ອົງການ, ສືບຕໍ່ຈັດຕັ້ງປະຕິບັດໂຄງການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ແລະ ໂຄງການຕ້ານອາດ
ສະຍາກຳ ເຊິ່ງສາມາດເລີກຮື້ແກ້ໄຂກຸ່ມແກ້ງກໍ່ການກະທຳຜິດ ແລະ ເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍໄດ້ຫລາຍກຸ່ມ.
ອັນພົ້ນເດັ່ນແມ່ນການປ້ອງກັນບັນດາວັນບຸນໃຫຍ່ສຳຄັນຂອງພັກ, ຂອງຊາດ, ກໍ່ຄືການປ້ອງກັນກິລາຊີເກມຄັ້ງທີ 25, ກອງ
ປະຊຸມສາກົນຕ່າງໆ ໄດ້ມີຄວາມສະຫງົບປອດໄພ 100%. ເວົ້າລວມແລ້ວພວກເຮົາສາມາດຮັບປະກັນສະຖຽນລະພາບທາງການ
ເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມໄວ້ໄດ້ຢ່າງໜັກແໜ້ນ.
2.6 ການພົວພັນຮ່ວມມືກັບສາກົນ:
ສປປ ລາວ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມບັນດາຂອບການຮ່ວມມືຂອງອະນຸພາກພື້ນ ແລະ
ສາກົນຄື: ການຮ່ວມມືຮອບດ້ານກັບອາຊຽນ ລວມທັງການເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA); ການຮ່ວມມືລະຫວ່າງ
ອາຊຽນກັບຄູ່ເຈລະຈາ; ເຂດສາມຫລ່ຽມພັດທະນາ CLV, CLMV, GMS, ນອກຈາກນັ້ນ ສປປ ລາວ ກໍ່ໄດ້ເປັນເຈົ້າພາບ
ຈັດກອງປະຊຸມພາກພື້ນ ແລະ ສາກົນທີ່ສຳຄັນຫລາຍໆກອງປະຊຸມ, ອັນພົ້ນເດັ່ນແມ່ນກອງປະຊຸມລັດພາຄີສົນທິສັນຍາໂອສະໂລ
ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (ບອມບີ) ຄັ້ງທີ 1. ການພົວພັນຮ່ວມມືກັບສາກົນມີໝາກຜົນທີ່ສຳຄັນຫລາຍດ້ານ
ເຮັດໃຫ້ບົດບາດຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ.
ສະຫລຸບລວມແລ້ວ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI (2006-2010) ໄດ້ບັນລຸ
ຄາດໝາຍທີ່ວາງໄວ້ເປັນສ່ວນໃຫຍ່, ທັງໄດ້ສ້າງພື້ນຖານ ແລະ ຖ່ວງທ່າໃໝ່ໃຫ້ການປົກປັກຮັກສາ ແລະ ພັດທະນາປະເທດ
ຊາດ ກໍ່ຄືການປະຕິບັດແຜນພັດທະນາ 5 ປີຄັ້ງຕໍ່ໄປ. ຜົນສຳເລັດດັ່ງກ່າວແມ່ນຍ້ອນແນວທາງການເມືອງທີ່ກຳນົດໄວ້ໃນມະຕິ
ຕ່າງໆຂອງພັກ ເປັນຕົ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແມ່ນຖືກຕ້ອງ, ການນຳພາຊີ້ນຳຢ່າງມີປະສິດທິຜົນຂອງສູນກາງພັກ
ແລະ ຄະນະພັກຂັ້ນຕ່າງໆ, ກໍ່ຄືຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ, ພ້ອມກັນນັ້ນກໍ່ຍ້ອນສັງຄົມໄດ້
ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ, ອີກດ້ານໜຶ່ງທີ່ສຳຄັນແມ່ນຍ້ອນ
ເພື່ອນມິດ ແລະ ຄູ່ຮ່ວມພັດທະນາໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອນັບມື້ນັບເພີ່ມຂຶ້ນ.
ບັນດາສະຫາຍທີ່ຮັກແພງ
ຕໍ່ໄປນີ້ຂ້າພະເຈົ້າຂໍເຂົ້າສູ່ພາກທິດທາງໜ້າທີ່ຂອງແຜນພັດທະນາເສດຖະກິດ- ສັງຄົມ 5 ປີຄັ້ງທີ VII (2011- 2015),
ລາຍລະອຽດມີດັ່ງນີ້:
II. ທິດທາງໜ້າທີ່ຂອງແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015).
ເວົ້າລວມແລ້ວແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VII (2011-2015) ເປັນແຜນຜັນຂະຫຍາຍມະຕິກອງ
ປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ເພາະມັນເປັນແຜນສືບຕໍ່ບຸກທະລຸ ເພື່ອສ້າງພື້ນຖານ ແລະ ເງື່ອນໄຂອັນຈຳເປັນສຳລັບການ
ນຳເອົາປະເທດເຮົາຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍສັງຄົມ
ນິຍົມ. ກ່ຽວກັບການບຸກທະລຸນັ້ນພວກເຮົາຕ້ອງເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນບຸກທະລຸ 4 ປະການທີ່ສະຫາຍເລຂາທິການໃຫຍ່
ໄດ້ຍົກຂຶ້ນໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ນັ້ນແລ້ວ. ສະເພາະແຜນພັດທະນາເສດຖະກິດ-ສັງຄົມ ນີ້ພວກເຮົາໄດ້ຜັນ
ຂະຫຍາຍອອກດັ່ງນີ້: (1). ບຸກທະລຸດ້ານຈິນຕະນາການ, ກ່ອນອື່ນແມ່ນຕ້ອງລົບລ້າງຜົນສະທ້ອນຂອງກົນໄກລວມສູນອາດ
ຍາສິດ, ບໍລິຫານເກື້ອກູນຢ່າງສິ້ນເຊີງ, ຫັນໄປສູ່ກົນໄກເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ, ຢຶດຫມັ້ນເອົາການພັດ
ທະນາເສດຖະກິດເປັນໃຈກາງ, ສ້າງຄວາມກົມກຽວລະຫວ່າງການພັດທະນາເສດຖະກິດກັບການພັດທະນາວັດທະນະທຳ- ສັງຄົມ,
ເສີມຂະຫຍາຍກຳລັງແຮງຂອງທຸກພາກສ່ວນເສດຖະກິດ ເຂົ້າໃນການຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ສ້າງຄວາມສາ
ມາດແຂ່ງຂັນເພີ່ມຂຶ້ນໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ, ຮັບປະກັນໃຫ້ການພັດທະນາດຳເນີນໄປຢ່າງຕໍ່ເນື່ອງ, ມີຄວາມ
ຫມັ້ນທ່ຽງ ແລະ ຍືນຍົງ. (2). ບຸກທະບຸດ້ານການພັດທະນາຊັບພະຍາກອນມະນຸດ ແມ່ນການບຸກທະລຸດ້ານການສຶກສາໃຫ້ມີຄຸນ
ນະພາບສູງ, ລົງທຶນໃສ່ຂົງເຂດການສຶກສາ ແລະ ສາທາລະນະສຸກຕາມກຳນົດຫມາຍທີ່ວາງໄວ້; ນຳໃຊ້ເສດຖະກິດພູມປັນຍາໃຫ້
ຫລາຍຂຶ້ນ; ສ້າງກຳລັງແຮງງານ ແລະ ວິຊາການທີ່ຊຳນານງານ; ສ້າງຖັນແຖວນັກທຸລະກິດ, ນັກຄຸ້ມຄອງ, ຜູ້ຈັດການທີ່ສົມຄູ່ກັບ
ການພັດທະນາເສດຖະກິດຕາມກົນໄກຕະຫລາດ ແລະ ການເຊື່ອມໂຍງເສດຖະກິດສາກົນ. ປັບປຸງລະບົບນຳໃຊ້ກຳລັງແຮງງານ
ໃຫ້ມີຄວາມເຫມາະສົມ ແລະ ສ້າງລະບອບຈູງໃຈເພື່ອຮັບໃຊ້ການສ້າງສາພັດທະນາ; ຮັບປະກັນການຫັນແຮງງານກະສິກຳເຂົ້າເປັນ
ແຮງງານອຸດສາຫະກຳ ແລະ ການບໍລິການໃຫ້ນັບມື້ນັບຫລາຍຂຶ້ນ. (3). ບຸກທະລຸດ້ານລະບົບກົນໄກ, ລະບອບ, ລະບຽບການ
ບໍລິການ, ກ່ອນອື່ນແມ່ນຕ້ອງບູລະນະການບໍລິຫານ ແລະ ການບໍລິການໃຫ້ມີປະສິດທິຜົນ ແລະ ໂປ່ງໃສ, ສ້າງສິ່ງອຳນວຍຄວາມ
ສະດວກແກ່ການແຂ່ງຂັນທີ່ສະເຫມີພາບຕໍ່ຫນ້າກົດຫມາຍ ແລະ ການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ; ແກ້ໄຂຂອດການ
ປະສານງານໃຫ້ດີ, ທັນສະໄຫມ ແລະ ເຂົ້າກັບລະບົບຂອງສາກົນ, ໂດຍຖືເອົາການບຸກທະລຸດ້ານນີ້ຕິດພັນກັບຂະບວນວິວັດແຫ່ງ
ການເຂົ້າຮ່ວມສ້າງປະຊາຄົມເສດຖະກິດອາຊຽນ ແລະ ການກະກຽມເຂົ້າເປັນສະມາຊິກ WTO ແລະ (4). ບຸກທະລຸດ້ານການ
ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຂຸດຄົ້ນແຫລ່ງທຶນຕ່າງໆ ແລະ ດ້ວຍນະໂຍບາຍສົ່ງເສີມເປັນພິເສດ, ສ້າງພື້ນຖານ
ໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ຢ່າງມີຈຸດສຸມໂດຍຮັບປະກັນໃຫ້ມີການຄົມມະນາຄົມທາງບົກ (ລວມທັງລົດໄຟ), ທາງອາກາດ
ແລະ ທາງນ້ຳມີ ວາມໂລ່ງລ່ຽນ, ເຊື່ອມຕິດຈອດກັນແຕ່ສູນກາງຫາທ້ອງຖິ່ນ, ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ສາກົນ; ພ້ອມ
ກັນນີ້, ກໍ່ມີຕາຫນ່າງໄຟຟ້າ, ເຄືອຂ່າຍໂທລະຄົມມະນາຄົມ, ການສື່ສານ, ນ້ຳປະປາ ແລະ ອື່ນໆທີ່ຈຳເປັນ.
1. ຈຸດຫມາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII.
ອີງໃສ່ຈຸດພິເສດຂອງສະພາບແວດລ້ອມສາກົນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍທີ່ສະຫາຍເລຂາທິການໃຫຍ່ໄດ້ກ່າວ
ມາແລ້ວນັ້ນ, ພວກເຮົາວາງຈຸດຫມາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ດັ່ງນີ້:
(1). ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ເຖິງປີ 2015 ລວມຍອດມູນຄ່າຜະລິດຕະພັນ
ພາຍໃນໄລ່ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.700 ໂດລາສະຫະລັດ.
(2).ບັນລຸເປົ້າຫມາຍສະຫັດສະຫວັດດ້ານການພັດທະນາ (MDGs), ສ້າງພື້ນຖານວັດຖຸເຕັກນິກທີ່ຈຳເປັນຈຳນວນຫນຶ່ງເພື່ອ
ນຳເອົາປະເທດເຮົາຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 2020 ກໍ່ຄືໃຫ້ການຫັນເປັນອຸດສາຫະກຳ
ແລະ ທັນສະໄຫມ.
(3). ສ້າງຄວາມກົມກຽວ ແລະ ສົມສ່ວນລະຫວ່າງການພັດທະນາເສດຖະກິດກັບການພັດທະນາ ວັດທະນະທຳ-ສັງຄົມ ແລະ
ການປົກປັກຮັກສາສະພາບແວດລ້ອມທຳມະຊາດໃຫ້ຍືນຍົງ.
(4). ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຫນັກແຫນ້ນ ແລະ
ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
2. ຄາດຫມາຍສູ້ຊົນຕົ້ນຕໍຂອງແຜນການ 5 ປີຄັ້ງທີ VII:
ກ. ດ້ານເສດຖະກິດມະຫາພາກ:
l ຮັບປະກັນໃຫ້ອັດຕາການເຕີບໂຕຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນນັບແຕ່ 8% ຂຶ້ນໄປຕໍ່ປີ:
ໃນນັ້ນ, ຂະແຫນງກະສິກຳປ່າໄມ້ເພີ່ມຂຶ້ນປະມານ 3,5% ກວມປະມານ 23%, ອຸດສາຫະກຳເພີ່ມຂຶ້ນ 15% ກວມປະມານ 39%
ແລະ ການບໍລິການເພີ່ມຂຶ້ນປະມານ 6,5% ກວມປະມານ 38%.
l ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳກວ່າອັດຕາການຂະ ຍາຍຕົວຂອງເສດຖະກິດ, ຮັກສາອັດຕາແລກປ່ຽນໃຫ້ມີສະຖຽນລະ
ພາບ, ເງິນກີບແຂງຄ່າ ຫລື ອ່ອນຄ່າຢູ່ໃນລະດັບບໍ່ເກີນ 5% ຕໍ່ປີ ທຽບກັບເງິນຕາຕ່າງປະເທດສະກຸນຫລັກ.
l ສູ້ຊົນປະຕິບັດລາຍຮັບທັງຫມົດໃຫ້ໄດ້ປະມານ 19-21% ຂອງ GDP ຂຶ້ນໄປ, ຮັບປະກັນການຂາດດຸນງົບປະມານ
3-5% ຂອງ GDP ຕໍ່ປີ.
l ສູ້ຊົນຫລຸດຜ່ອນຫນີ້ສິນໃນທົ່ວລະບົບການເງິນຂອງລັດລົງບໍ່ໃຫ້ເກີນ 45% ຂອງ GDP.
l ລະບົບເງິນຝາກໃຫ້ເພີ່ມຂຶ້ນໂດຍສະເລ່ຍໃນແຕ່ ລະປີ 25,6%.
l ຮັບປະກັນຄັງສຳຮອງເງິນຕາຕ່າງປະເທດໃຫ້ສາມາດກຸ້ມການນຳເຂົ້າສິນຄ້າບໍ່ໃຫ້ຫລຸດ 6 ເດືອນ.
ຂ. ການດຸນດ່ຽງມະຫາພາກ:
l ດຸ່ນດ່ຽງການລົງທຶນ: ລະດົມການລົງທຶນທົ່ວສັງຄົມກວມປະມານ 32% ຫລື ປະມານ 127 ພັນຕື້ກີບ; ໃນນັ້ນ, ຈາກ
ງົບປະມານລັດ 10-12%, ODA 24-26%, FDI 50-56% ແລະ ສິນເຊື່ອທະນາຄານ 10-12%. ຄາດຄະເນໂຄງປະກອບ
ການລົງທຶນຂອງລັດຄື: ຂົງເຂດເສດຖະກິດກວມເອົາ 30%, ຂົງເຂດສັງຄົມກວມ 35% ແລະ ພື້ນຖານໂຄງລ່າງ (ທາງ ແລະ
ເຄຫາສະຖານ)ກວມ 35%. ແຜນການ 5 ປີຄັ້ງນີ້ແມ່ນໄດ້ຍົກອັດຕາສ່ວນການລົງທຶນຂອງຂົງເຂດສັງຄົມສູງຂຶ້ນ, ໂດຍເນັ້ນຫນັກ
ໃສ່ການຮັບປະກັນໃຫ້ມີປະສິດທິຜົນສູງ ແລະ ໃຫ້ໄປຮອດປະຊາຊົນຢ່າງແທ້ຈິງ.
l ດຸນດ່ຽງງົບປະມານ: ຄາດຄະເນລາຍຮັບງົບປະມານທັງຫມົດໃນ 5 ປີ ໃຫ້ບັນລຸໄດ້ປະມານ 19-21% ຂອງ GDP,
ລາຍຈ່າຍງົບປະມານ 22-25% ຂອງ GDP , ເອົາໃຈໃສ່ເຮັດໃຫ້ການຂາດດຸນງົບປະມານຢູ່ໃນລະດັບ 3-5% ຂອງ GDP.
l ດຸນດ່ຽງຂາອອກ-ຂາ ເຂົ້າ: ສູ້ຊົນໃຫ້ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ່າເພີ່ມຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງ
ການພັດທະນາ ແລະ ການລົງທຶນ.
l ດຸນດ່ຽງການຊົມໃຊ້ ແລະ ການສະສົມ: ສູ້ຊົນໃຫ້ອັດຕາການສະສົມໃນລະບົບທະນາຄານມີທ່າກ້າວຂຶ້ນໃຫ້ຢູ່ໃນລະດັບ
ຫລາຍກວ່າ 39,5% ຂອງ GDP ຕໍ່ປີ; ໃຫ້ຄັງສະສົມແຫ່ງລັດບັນລຸ 2-5% ຂຶ້ນໄປຕໍ່ປີຂອງລາຍຮັບພາຍໃນ.
l ດຸນດ່ຽງແຮງງານ: ຮອດປີ 2015 ໃຫ້ສາມາດຕອບສະຫນອງໄດ້ 3,17 ລ້ານຄົນ; ໃນນີ້ແຮງງານທີ່ເພີ່ມຂຶ້ນໃຫມ່ປະມານ
277.000 ຄົນ; ໃນນັ້ນ, ໃຫ້ຂົງເຂດກະສິກຳປະມານ 210.000 ຄົນ. ຂົງເຂດອຸດສາຫະກຳປະມານ 14.000 ຄົນ ແລະ ຂົງເຂດ
ບໍລິການປະມານ 53.000 ຄົນ.
3. ທິດທາງໜ້າທີ່ການພັດທະນາຂະແຫນງການ ແລະ ເຂດແຄວ້ນ:
3.1. ຂົງເຂດເສດຖະກິດ:
(1). ຂະແຫນງກະສິກຳ-ປ່າໄມ້:
ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນທາງດ້ານກະສິກຳຂອງປະເທດເຮົາ ໂດຍສຸມໃສ່ພັດທະນາ 7 ທົ່ງພຽງບູລິມະສິດ, ພ້ອມ
ກັນນັ້ນກໍ່ເອົາໃຈໃສ່ຢ່າງເໝາະສົມເຖິງການພັດທະນາຢູ່ບັນດາທົ່ງພຽງນ້ອຍທາງພາກເໜືອ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະ
ບຽງອາຫານ, ທັງສ້າງແຫລ່ງວັດຖຸດິບສະໜອງໃຫ້ອຸດສາຫະກຳປຸງແຕ່ງຢ່າງພຽງພໍ. ດ້ານໜຶ່ງອີກກໍ່ຕ້ອງສົ່ງເສີມການກະສິກຳ
ແບບປະສົມປະສານ, ກະສິກຳສະອາດ ແລະ ກະສິກຳປອດສານພິດ ເພື່ອຕອບສະໜອງຄວາມຕ້ອງການຢູ່ພາຍໃນ ແລະ ເປັນສິນ
ຄ້າຂາອອກ.
ຄາດໝາຍຕົ້ນຕໍ:
l ດ້ານສະບຽງອາຫານ: ເຖິງປີ 2015 ຜະລິດເຂົ້າໃຫ້ບັນລຸ 4,2 ລ້ານໂຕນ, ສະມັດຕະພາບສະເລ່ຍປະມານ 4 ໂຕນຕໍ່
ເຮັກຕາຕໍ່ລະດູການໜຶ່ງ; ສູ້ຊົນຜະລິດຊີ້ນໃຫ້ໄດ້ 221,5 ພັນໂຕນຕໍ່ປີ ແລະ ສັດນ້ຳ (ປາ, ກົບ, ກຸ້ງ) ໃຫ້ໄດ້ 157,2 ພັນໂຕນຕໍ່ປີ.
l ດ້ານຜະລິດເປັນສິນຄ້າ: ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ສະເລ່ຍ 600.000 ໂຕນຕໍ່ປີ.
l ດ້ານປ່າໄມ້: ຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015, ຟື້ນຟູປ່າທຳມະຊາດ ໃຫ້ໄດ້ 3,9 ລ້ານເຮັກຕາ
ແລະ ປູກໄມ້ໃຫ້ໄດ້ 2 ແສນເຮັກຕາ, ຈັດສັນ ແລະ ປະກາດໃຊ້ປະເພດປ່າ 3 ປະເພດໃຫ້ໄດ້ 60% ແລະ ຂະຫຍາຍເຂດຢັ້ງຢືນ
ປ່າໄມ້ 10% ຂອງປ່າໄມ້ຜະລິດທັງໝົດໃນປີ 2015.
(2). ຂະແຫນງອຸດສາຫະກຳ-ການຄ້າ:
ເອົາໃຈໃສ່ພັດທະນາຂະແຫນງອຸດສາຫະກຳປຸງແຕ່ງທີ່ມີພື້ນຖານວັດຖຸດິບພາຍໃນສະຫນອງໃຫ້ໃນໄລຍະຍາວ, ພ້ອມກັນນັ້ນ
ກໍ່ໃຫ້ຄວາມສຳຄັນແກ່ການຂະຫຍາຍຂະແຫນງອຸດສາຫະກຳເບົາທີ່ນຳໃຊ້ວັດຖຸດິບຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາປຸງ
ແຕ່ງ ຮັບໃຊ້ພາຍໃນ ແລະ ສົ່ງອອກ; ພັດທະນາວິສາຫະກິດຂະໜາດນ້ອຍ-ຂະຫນາດກາງ (SMEs), ວິສາຫະກິດຊົນນະບົດ
ແລະ ຄອບຄົວ; ສົ່ງເສີມການຜະລິດຫັດຖະກຳທີ່ເປັນມູນເຊື້ອຂອງປະຊາຊົນໃຫ້ກວ້າງຂວາງ; ເປີດກວ້າງການຮ່ວມມື ແລະ
ເຊື່ອມໂຍງດ້ານການຄ້າກັບຕ່າງປະເທດ ແລະ ປະຕິບັດສົນທິສັນຍາຂໍ້ຜູກພັນຕ່າງໆກັບສາກົນ, ຕັ້ງໜ້າກຽມຄວາມພ້ອມໃນການ
ເຂົ້າຮ່ວມເຂດການຄ້າເສລີອາຊຽນໃນປີ 2015 ແລະ ເປັນສະມາຊິກອົງການການຄ້າໂລກ.
ຄາດຫມາຍຕົ້ນຕໍ:
- ສູ້ຊົນໃຫ້ອຸດສາຫະກຳປຸງແຕ່ງຂະຫຍາຍຕົວໃນອັດຕາສະເລ່ຍ 12-13% ຕໍ່ປີ, ຫັດຖະກຳຂະຫຍາຍຕົວໃນອັດຕາສະເລ່ຍ
ປະມານ 15% ຕໍ່ປີ.
- ມູນຄ່າຈໍລະຈອນສິນຄ້າເພີ່ມຂຶ້ນສະເລ່ຍປະມານ 11% ຕໍ່ປີ.
- ຂະຫຍາຍຕະຫລາດຂາຍຍ່ອຍປະເພດຕ່າງໆໃຫ້ກວມ 80% ຂອງຈຳນວນກຸ່ມບ້ານ, ສ້າງຫົວໜ່ວຍວິສາຫະກິດຊົນນະບົດ
ໃຫ້ກວມ 30% ຂອງຈຳນວນບ້ານ, ສ້າງ ແລະ ຂະຫຍາຍສູນການຄ້າ, ຊຸບເປີ້ມາເກັດທີ່ທັນສະໄຫມໃນຕົວເມືອງໃຫຍ່ໃຫ້ໄດ້
ຕົວເມືອງລະ 2-3 ແຫ່ງ.
(3). ຂະແຫນງການພະລັງງານ-ບໍ່ແຮ່:
ເລັ່ງໃສ່ນຳໃຊ້ ແລະ ຂະຫຍາຍແຫລ່ງພະລັງງານໄຟຟ້ານ້ຳຕົກຕ່າງໆ, ຄົ້ນຄວ້າ-ນຳໃຊ້ພະລັງງານຈາກແຫລ່ງອື່ນທີ່ເປັນມິດກັບ
ທຳມະຊາດ ແລະ ສາມາດແຂ່ງຂັນໄດ້. ກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງ- ແຮງກາງ; ສຸມໃສ່ສຳຫລວດສ້າງແຜນທີ່ທໍລະນີ
ສາດແຮ່ທາດ,​ ຕີລາຄາຈຸດປະກົດແຮ່ທາດ ແລະ ປະລິມານສະສົມ, ຊຸກຍູ້ການສ້າງຕັ້ງໂຮງຮຽນຫລອມແຮ່ໃຫ້ເປັນຜະລິດຕະ
ພັນສຳເລັດ ຫລື ເຄິ່ງສຳເລັດຮູບ ເພື່ອຫລຸດຜ່ອນການສົ່ງອອກແຮ່ທາດໃນຮູບແຮ່ດິບ.
ຄາດຫມາຍຕົ້ນຕໍ:
- ສູ້ຊົນຂະຫຍາຍສາຍສົ່ງແຮງກາງ 22 kv ແລະ ໄຟຟ້ານອກລະບົບ (off-grid) ໄປສູ່ເຂດຊົນນະບົດຫ່າງໄກ ເພື່ອຮັບ
ປະກັນໃຫ້ 80% ຂອງຈຳນວນຄອບຄົວໃນທົ່ວປະເທດ ໄດ້ມີໄຟຟ້າໃຊ້ໃນປີ 2015.
- ສູ້ຊົນໃຫ້ສຳເລັດການສ້າງໂຮງງານຜະລິດໄຟຟ້າ 8 ແຫ່ງ ດ້ວຍກຳລັງຕິດຕັ້ງ 2.865,2 MW. ຊຸກຍູ້ໃຫ້ໄດ້ລົງມືກໍ່ສ້າງ
ເຂື່ອນຂະໜາດໃຫຍ່ 10 ໂຄງການລວມ 5.015 MW, ເຂື່ອນຂະຫນາດນ້ອຍ ແລະ ກາງຈຳນວນໜຶ່ງ.
- ສູ້ຊົນໃຫ້ໄດ້ຂຸດຄົ້ນ-ປຸງແຕ່ງບັນດາແຮ່ທາດສຳຄັນ ໃຫ້ເປັນຜະລິດຕະພັນສຳເລັດຮູບ ຫລື ເຄິ່ງສຳເລັດຮູບກ່ອນການ
ຈຳຫນ່າຍເຊັ່ນ: ທອງແຜ່ນ (86.200 ໂຕນຕໍ່ປີ), ຄຳແທ່ງ (6 ໂຕນຕໍ່ປີ), ຖ່ານຫີນ (1-2 ລ້ານໂຕນຕໍ່ປີ), ທອງຝຸ່ນ (208.000
ໂຕນຕໍ່ປີ), ຫີນກາວ (600.000 ໂຕນຕໍ່ປີ).
(4). ຂະແຫນງຄຸ້ມຄອງ ແລະ ພັດທະນາທີ່ດິນ:
ສົ່ງເສີມການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໄປພ້ອມໆກັບການປົກປັກຮັກສາຕາມທິດຮັບປະກັນປະສິດ
ທິພາບທີ່ຍາວນານ, ຍືນຍົງ ແລະ ມີຫມາກຜົນໃນລະດັບສູງ, ຜົນກະທົບຫນ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ເຮັດໃຫ້ພົນ
ລະເມືອງລາວມີສິດນຳໃຊ້ທີ່ດິນ ເພື່ອດຳລົງຊີວິດ, ສ້າງທີ່ຢູ່ອາໄສ ແລະ ທຳການຜະລິດຕາມກົດໝາຍ; ຫັນທີ່ດິນໃຫ້ເປັນທຶນ,
ເປັນແຫລ່ງສ້າງຄວາມຮັ່ງມີໃຫ້ປະຊາຊົນ ແລະ ປະເທດຊາດ, ສະກັດກັ້ນການລະເມີດກົດໝາຍກ່ຽວກັບທີ່ດິນ ແລະ ຊັບພະ
ຍາກອນທຳມະຊາດ.
ຄາດຫມາຍຕົ້ນຕໍ:
- ສ້າງແຜນຈັດສັນທີ່ດິນຂັ້ນມະຫາພາກ ແລະ ຈຸນລະພາກພ້ອມທັງແຜນນຳໃຊ້ທີ່ດິນໃຫ້ສຳເລັດໃນຂອບເຂດທົ່ວປະເທດ.
- ມອບຫມາຍຄວາມຮັບຜິດຊອບຄຸ້ມຄອງນຳໃຊ້ທີ່ດິນໃຫ້ການຈັດຕັ້ງ ແລະ ບຸກຄົນຕາມແຜນຈັດສັນ ແລະ ແຜນນຳໃຊ້
ທີ່ດິນແຫ່ງຊາດ, ຕາມກົດຫມາຍ ແລະ ລະບຽບການທີ່ກຳນົດໄວ້.
- ອອກໃບຕາດິນໃຫ້ໄດ້ 1 ລ້ານຕອນ.
(5). ຂະແຫນງໂຍທາທິການ-ຂົນສົ່ງ:
ການພັດທະນາພື້ນຖານໂຄງລ່າງດ້ານໂຍທາທິການ- ຂົນສົ່ງແມ່ນມີຄວາມສຳຄັນທີ່ສຸດຕໍ່ການຍົກປະສິດທິຜົນຂອງການ
ຜະລິດ, ທຸລະກິດ ແລະ ການເຊື່ອມຈອດກັບບັນດາປະເທດໃກ້ຄຽງ. ສ້າງປະຖົມປັດໄຈເພື່ອຫັນເປັນອຸດສາຫະກຳ ແລະ
ທັນສະໄຫມ.
ຄາດຫມາຍຕົ້ນຕໍ:
- ສູ້ຊົນກໍ່ສ້າງ ແລະ ຂະຫຍາຍເສັ້ນທາງຫລວງແຫ່ງຊາດ ທີ່ເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ແລະ ລະຫວ່າງປະເທດເຮົາ
ກັບອະນຸພາກພື້ນໃຫ້ໄດ້ປະມານ 920 ກິໂລແມັດ.
- ສ້າງ ແລະ ຍົກລະດັບເສັ້ນທາງຫລວງທ້ອງຖິ່ນ, ໂຄງການເຂດຈຸດສຸມຂອງລັດຖະບານ ແລະ ກຸ່ມບ້ານພັດທະນາ
ຈຳນວນຫນຶ່ງໃຫ້ສາມາດສັນຈອນໄປມາໄດ້ທັງ 2 ລະດູ; ສ້າງ ແລະ ປັບປຸງເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ.
- ກໍ່ສ້າງລະບົບການຂົນສົ່ງຄົບຊຸດອອກສູ່ທະເລຫວຽດນາມໃຫ້ສຳເລັດ.
- ຍົກລະດັບສະໜາມບິນວັດໄຕ ໃຫ້ສາມາດຮອງຮັບເຄື່ອງບິນປະເພດ Boeing 747 ແລະ ສະໜາມບິນຢູ່ 4 ແຂວງ
(ຫລວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ) ໃຫ້ສາມາດຮອງຮັບເຄື່ອງບິນປະເພດ Boeing 737 ເພື່ອ
ຕອບສະໜອງຄວາມຕ້ອງການຂອງການເຊື່ອມໂຍງສາກົນ.
(6). ຂະແຫນງໄປສະນີ- ໂທລະຄົມ:
ສົ່ງເສີມການພັດທະນາພື້ນຖານໂຄງລ່າງດ້ານໄປສະນີໂທລະຄົມມະນາຄົມ ແລະ ອິນເຕີແນັດ ທີ່ມີຄວາມໄວສູງເພື່ອສ້າງ
ໃຫ້ເປັນຂະແຫນງອຸດສາຫະກຳທີ່ສຳຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ເຂັ້ມແຂງ, ຍືນຍົງ ແລະ
ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຄາດໝາຍຕົ້ນຕໍ:
- ສຸມໃສ່ຂະຫຍາຍຕາໜ່າງ ແລະ ການບໍລິການໂທລະຄົມມະນາຄົມອອກສູ່ຊົນນະບົດໃຫ້ໄດ້ 90% ຂອງຈຳນວນບ້ານ
ໃນທົ່ວປະເທດ ແລະ ກໍ່ສ້າງລະບົບສາຍກາບໃຍແສງໃຫ້ໄດ້ປະມານ 17.200 ກິໂລແມັດ.
- ຂະຫຍາຍການນຳໃຊ້ໂທລະສັບມືຖື ແລະ ຕັ້ງໂຕະໃຫ້ໄດ້ 80% ຂອງຈຳນວນປະຊາກອນທັງໝົດ.
- ສ້າງສະຖານີກວດກາ ແລະ ຄຸ້ມຄອງຄື້ນຄວາມຖີ່ວິທະຍຸໃຫ້ໄດ້ 3 ແຫ່ງ ໃນທົ່ວປະເທດ.
(7). ຂະແຫນງທ່ອງທ່ຽວ:
ສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ມີຫລາຍສີສັນ, ກາຍເປັນແຫລ່ງທ່ອງທ່ຽວສີຂຽວ
ທີ່ມີລັກສະນະຍືນຍົງ ໂດຍການມີສ່ວນຮ່ວມຂອງປະຊາຊົນ.
ຄາດຫມາຍຕົ້ນຕໍ:
- ໃນປີ 2015 ໃຫ້ມີນັກທ່ອງທ່ຽວເຂົ້າມາໃນປະເທດປະມານ 2,8 ລ້ານເທື່ອຄົນເຊິ່ງຈະສ້າງລາຍຮັບປະມານ 350 ລ້ານ
ໂດລາສະຫະລັດຕໍ່ປີ.
- ທົ່ວປະເທດໃຫ້ມີໂຮງແຮມ 300 ແຫ່ງ, ຊຸດຄົ້ນ ແລະ ຂະຫຍາຍແຫລ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ
ປະຫວັດສາດໃຫ້ກາຍເປັນມໍລະດົກໂລກ 2 ແຫ່ງ ແລະ ມໍລະດົກແຫ່ງຊາດ 29 ແຫ່ງ.
3.2 ຂົງເຂດສັງຄົມ:
ປະຕິບັດຕາມທິດນຳກ່ຽວກັບການສ້າງຄວາມກົມກຽວລະຫວ່າງການພັດທະນາຂົງເຂດເສດຖະກິດກັບການພັດທະນາຂົງເຂດ
ວັດທະນະທຳ- ສັງຄົມ ເພື່ອຮັບປະກັນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນ
ຕາມລຳດັບ ແລະ ຮັບປະກັນການພັດທະນາແບບຍືນຍົງ, ໃນ 5 ປີຕໍ່ໜ້ານີ້ພວກເຮົາຈະສຸມໃສ່ແຕ່ລະດ້ານດັ່ງນີ້:
(1). ຂົງເຂດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
ຈຸດໝາຍລວມແມ່ນເລັ່ງໃສ່ການປັບປຸງຍົກສູງການບໍລິການ ແລະ ສົ່ງເສີມການສ້າງລາຍຮັບຂອງປະຊາຊົນໃນເຂດຊົນນະບົດ
ແລະ ເຂດທີ່ຍັງທຸກຍາກດ້ວຍນະໂຍບາຍສົ່ງເສີມເປັນພິເສດເພື່ອຮັບປະກັນການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ
(MDGs). ວຽກງານຕົ້ນຕໍແມ່ນຕ້ອງສືບຕໍ່ຫັນລົງຮາກຖານຢ່າງແຂງແຮງ ແລະ ເປັນປະຈຳເພື່ອປະຕິບັດ 4 ເນື້ອໃນ 4 ຄາດໝາຍ
ທີ່ກົມການເມືອງສູນກາງພັກວາງອອກເປັນທິດຊີ້ນຳຕົ້ນຕໍ, ເອົາບັນດາບ້ານ, ກຸ່ມບ້ານ, ເຂດພື້ນຖານການປະຕິວັດທີ່ຍັງທຸກຍາກເປັນ
ເປົ້າ ໝາຍ ແລະ ຈຸດສຸມ; ເອົາໃຈໃສ່ສົ່ງເສີມການສ້າງລາຍຮັບໃຫ້ຄົວເຮືອນດ້ວຍການສົ່ງເສີມການຜະລິດເປັນສິນຄ້າທີ່ມີທ່າແຮງ
ທາງດ້ານຕະຫລາດ ແລະ ມູນເຊື້ອການຜະລິດຂອງປະຊາຊົນ ໂດຍສູນບໍລິການເຕັກນິກກະສິກຳຕ້ອງເຮັດໜ້າທີ່ນຳພາການເຮັດ
ການຜະລິດໂດຍກົງ, ສະໜອງແນວພັນ, ໃຫ້ການຊ່ວຍເຫລືອທາງດ້ານວິຊາການແກ່ຊາວກະສິກອນຢ່າງທົ່ວເຖິງ; ພ້ອມກັນນັ້ນ,
ກໍ່ຕ້ອງໄດ້ພັດທະນາ ແລະ ສະໜອງພື້ນຖານໂຄງລ່າງຊົນນະບົດທີ່ຈຳເປັນໃຫ້ບ່ອນທີ່ຍັງຂາດເຂີນ, ເຮັດໃຫ້ຊົນນະບົດດັ່ງທີ່ກ່າວ
ມານັ້ນໄດ້ຮັບການພັດທະນາແບບຍືນຍົງ, ກາຍເປັນຊຸມຊົນໃໝ່, ເປັນເຂດພັດທະນາໃໝ່ທີ່ນຳໃຊ້ຊັບພະຍາກອນທຳມະຊາດແບບ
ບໍ່ບົກແຫ້ງ.
ຄາດໝາຍຕົ້ນຕໍມີຄື:
- ສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຫລຸດລົງຕ່ຳ ວ່າ 10% ຂອງຄອບຄົວທັງໝົດໃນທົ່ວປະເທດ.
- ສ້າງບ້ານຕົວແບບພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ໃຫ້ໄດ້ເມືອງລະ 1-2 ແຫ່ງ.
- ສູ້ຊົນເຕົ້າໂຮມບ້ານນ້ອຍຢູ່ຊົນນະບົດ ແລະ ເຂດຫ່າງໄກສອກຫລີກເຂົ້າເປັນບ້ານໃຫຍ່ ແລະ ສ້າງຊຸມຊົນໃຫມ່
(ຕົວເມືອງນ້ອຍ) ໃຫ້ເປັນຕົວແບບ, ແຂວງໜຶ່ງໃຫ້ໄດ້ 1-2 ແຫ່ງ.
(2). ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ:
ຖືເອົາວຽກງານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ເປັນປັດໄຈທີ່ສຳຄັນໃນການພັດທະນາ, ຮັບປະກັນ
ໃຫ້ການສຶກສາຂະຫຍາຍທັງປະລິມານ ແລະ ຄຸນນະພາບຢ່າງຕໍ່ເນື່ອງ, ສືບຕໍ່ປະຕິຮູບລະບົບການສຶກສາແຫ່ງຊາດຢ່າງຕັ້ງໜ້າ,
ປັບປຸງສະຖາບັນອາຊີວະສຶກສາ ແລະ ຂະແຫນງວິຊາຊີບໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສ້າງບຸກຄະລາກອນປະເພດຕ່າງໆເຊັ່ນ:
ກຳມະກອນວິຊາຊີບ, ນາຍຊ່າງ, ນັກວິຊາການ, ນັກວິສະວະກອນ, ຜູ້ຄຸ້ມຄອງບໍລິຫານ, ຜູ້ປະກອບການ, ຜູ້ຈັດການ, ວິຊາຊີບ
ດ້ານການກະສິກຳ-ປ່າໄມ້ ແລະ ອື່ນໆ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະຂົງເຂດວຽກງານ ແລະ ໃຫ້ສາມາດ
ປະກອບອາຊີບໄດ້ຢ່າງໝັ້ນຄົງ ແລະ ມີລາຍຮັບສູງຂຶ້ນ. ອັນສຳຄັນຕ້ອງຮັບປະກັນໃຫ້ດ້ານການສຶກສາສາມາດບັນລຸເປົ້າໝາຍ
ສະຫັດສະຫວັດດ້ານການພັດທະນາ (MDGs).
ຄາດໝາຍຕົ້ນຕໍຮອດປີ 2015:
- ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນສຸດທິຊັ້ນປະຖົມເພີ່ມຂຶ້ນເປັນ 98%, ເພີ່ມອັດຕາເຂົ້າຮຽນລວມຂອງນັກຮຽນຊັ້ນມັດທະຍົມ
ຕອນຕົ້ນ ແລະ ຊັ້ນມັດທະຍົມຕອນປາຍໃຫ້ໄດ້ 75% ເຊັ່ນດຽວກັນ.
- ຕັ້ງໜ້າສ້າງເງື່ອນໄຂອັນຈຳເປັນ ເພື່ອລົບລ້າງຄວາມບໍ່ຮູ້ໜັງສືໃຫ້ປະຊາຊົນບັນດາເຜົ່າ ໃນກຸ່ມເປົ້າໝາຍອາຍຸ 15-24 ປີ
ໃຫ້ບັນລຸ 99%.
- ສ້າງຕັ້ງໂຮງຮຽນເຕັກນິກວິຊາຊີບໃນບັນດາຕົວເມືອງ ທີ່ມີເສດຖະກິດຂະຫຍາຍຕົວດີໃຫ້ໄດ້ຢ່າງໜ້ອຍ 3 ແຫ່ງ.
(3). ດ້ານສາທາລະນະສຸກ:
ປະຕິບັດທິດນຳເອົາການກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍໄປພ້ອມກັບການຖືເອົາການປິ່ນປົວທີ່ມີຄຸນນະພາບ
ແລະ ສະໜອງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງເປັນສຳຄັນ, ເຮັດໃຫ້ພົນລະເມືອງລາວມີສຸຂະພາບທີ່ດີ, ບັນລຸເປົ້າ
ໝາຍສະຫັດສະຫວັດດ້ານການພັດທະນາ (MDGs).
ຄາດໝາຍຕົ້ນຕໍ:
- ຫລຸດອັດຕາການຕາຍຂອງແມ່ໃຫ້ຍັງເຫລືອ 260 ຄົນ ຕໍ່ເດັກເກີດມີຊີວິດ 100.000 ຄົນ ຫລຸດອັດຕາການຕາຍຂອງ
ເດັກນ້ອຍຕ່ຳກວ່າ 1 ປີ ໃຫ້ຍັງເຫລືອ 45 ຄົນຕໍ່ເດັກເກີດມີຊີວິດ 1.000 ຄົນ, ຫລຸດອັດຕາການຕາຍຂອງເດັກນ້ອຍຕ່ຳກວ່າ
5 ປີ ໃຫ້ຍັງເຫລືອ 70 ຄົນຕໍ່ເດັກເກີດມີຊີວິດ 1.000 ຄົນ.
- ອັດຕາສ່ວນປະຊາກອນລວມນຳໃຊ້ນ້ຳສະອາດໃຫ້ໄດ້ 80% ຂອງຈຳນວນປະຊາກອນທັງໝົດ, ອັດຕາສ່ວນປະຊາກອນ
ນຳໃຊ້ວິດຖ່າຍໃຫ້ໄດ້ 60% ຂອງຈຳນວນປະຊາກອນທັງໝົດ.
- ຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຍຸງ, ວັນນະໂລກ ແລະ ເຊື້ອ HIV/AIDS.
(4). ດ້ານແຮງງານ-ສະຫວັດດີການສັງຄົມ:
ພັດທະນາ ແລະ ສ້າງກຳລັງແຮງງານລາວໃຫ້ມີສີມືດີ, ມີຄວາມຮູ້, ມີຄວາມສາມາດ, ຄວາມຊຳນານງານ, ມີທັດສະນະຄະຕິ
ແລະ ລະບຽບວິໄນ, ມີວຽກເຮັດງານທຳທີ່ເໝາະສົມ, ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບສະຫວັດ
ດີການທີ່ດີກວ່າເກົ່າ; ປະຕິບັດນະໂຍບາຍກະຕັນຍູຮູ້ບຸນຄຸນຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ທົ່ວເຖິງ, ພ້ອມກັນນັ້ນກໍ່ພັດ
ທະນາລະບົບສະຫວັດດີການສັງຄົມໃຫ້ເຂັ້ມແຂງ. ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນການເບິ່ງແຍງຊ່ວຍເຫລືອຜູ້ດ້ອຍໂອກາດ
ແລະ ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ.
ຄາດໝາຍຕົ້ນຕໍ:
- ຄາດຄະເນຄວາມຕ້ອງການແຮງງານໃນ 5 ປີຕໍ່ໜ້າມີປະມານ 3,3 ລ້ານຄົນ; ໃນນັ້ນຂົງເຂດກະສິກຳປະມານ 70%,
ຂົງເຂດອຸດສາຫະກຳ- ກໍ່ສ້າງ-ບໍ່ແຮ່ກວມ 7%, ຂົງເຂດບໍລິການກວມປະມານ 23%; ສູ້ຊົນຈັດຫາວຽກເຮັດງານທຳໃຫ້ກຳລັງ
ແຮງງານໄດ້ເຂົ້າສູ່ຕະຫລາດແຮງງານໃໝ່ຢ່າງໜ້ອຍໃຫ້ໄດ້ 277.000 ຄົນ; ຄວບຄຸມອັດຕາການຫວ່າງງານສະເລ່ຍໃຫ້ຢູ່ໃນ
ລະດັບບໍ່ເກີນ 2%; ສ້າງສູນພັດທະນາສີມືແຮງງານຂັ້ນແຂວງໃຫ້ໄດ້ 7 ສູນ.
- ປະຕິບັດນະໂຍບາຍຕໍ່ພະນັກງານອາວຸໂສທີ່ເຂົ້າຮ່ວມການປະຕິວັດກ່ອນປີ 1954 ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ
ໃຫ້ໄດ້ຢ່າງໜ້ອຍປະມານ 71.000 ທ່ານ; ປຸກເຮືອນໃຫ້ພະນັກງານຜູ້ເສຍອົງຄະພິເສດໃຫ້ສຳເລັດ 100%.
- ຂະຫຍາຍລະບົບປະກັນສັງຄົມລົງສູ່ບັນດາແຂວງ, ເຮັດໃຫ້ປະຊາຊົນ ໄດ້ຮັບການປະກັນສຸຂະພາບກວມ 50% ຂອງ
ພົນລະເມືອງ.
(5). ດ້ານຖະແຫລງຂ່າວ ແລະ ວັດທະນະທຳ:
ວຽກງານຖະແຫລງຂ່າວຕ້ອງສຸມໃສ່ການປະຕິບັດໜ້າທີ່ເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ລະບຽບ
ກົດໝາຍຂອງລັດ, ເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ, ສາລະຄວາມຮູ້ກ່ຽວກັບວິທະຍາສາດ ວິທະຍາການໃໝ່, ກ່ຽວກັບແບບ
ແຜນດຳລົງຊີວິດທີ່ສົດໃສ; ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ອະນຸລັກຮັກສາວັດທະນະທຳທີ່ດີງາມຂອງຊາດ, ຮັບປະກັນ
ໃຫ້ວັດທະນະທຳເປັນພື້ນຖານແຫ່ງຄວາມຍືນຍົງຂອງຊາດ.
ຄາດໝາຍຕົ້ນຕໍຮອດປີ 2015:
- ຂະຫຍາຍການກະຈາຍສຽງຂອງສະຖານີວິທະຍຸກະຈາຍສຽງ ໃຫ້ກວມເອົາຫລາຍກວ່າ 95% ຂອງພື້ນທີ່ທົ່ວປະເທດ.
- ປັບປຸງຄຸນນະພາບຂອງລາຍການໂທລະພາບຢູ່ບັນດາແຂວງ ແລະ ຂະຫຍາຍເວລາອອກອາກາດຢ່າງໜ້ອຍໃຫ້ໄດ້ 10
ຊົ່ວໂມງຕໍ່ວັນ, ຂະຫຍາຍສະຖານີຮັບສັນຍານພາບໃຫ້ສາມາດກວມເອົາ 80% ຂອງພື້ນທີ່ທົ່ວປະເທດ.
- ສູ້ຊົນສ້າງບ້ານວັດທະນະທຳໃຫ້ໄດ້ຫລາຍກວ່າ 700 ບ້ານ ແລະ ຄອບຄົວວັດທະນະທຳໃຫ້ໄດ້ຫຼາຍກວ່າ 100.000
ຄອບຄົວ, ສ້າງສວນສາທາລະນະຢູ່ສູນກາງຢ່າງໜ້ອຍໃຫ້ໄດ້ 4 ແຫ່ງ, ເທດສະບານແຂວງໆລະ 1 ແຫ່ງ, ເທດສະບານ
ເມືອງລະ 1 ແຫ່ງ.
(6). ຂະແຫນງຍຸຕິທຳ:
ສຸມໃສ່ກໍ່ສ້າງບຳລຸງນັກກົດໝາຍ ແລະ ພະນັກງານຍຸຕິທຳໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບເພື່ອໃຫ້ສົມຄູ່ກັບ
ໜ້າທີ່ການເມືອງໃນໄລຍະໃໝ່; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດກ່ຽວກັບການສ້າງລັດແຫ່ງກົດໝາຍ ແລະ ການ
ຄຸ້ມຄອງການປະຕິບັດຄວາມຍຸຕິທຳບົນພື້ນຖານກົດໝາຍ, ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ, ລະບຽບ
ການບໍລິຫານດ້ານຍຸຕິທຳໃຫ້ສອດຄ່ອງຕາມທິດຮັບໃຊ້ປະຊາຊົນໃຫ້ວ່ອງໄວ ແລະ ມີປະສິດທິຜົນສູງ.
ຄາດໝາຍຕົ້ນຕໍ:
-ສຸມໃສ່ສ້າງປະມວນກົດໝາຍແພ່ງ ແລະ ອາຍາ, ສ້າງກົດໝາຍ ແລະ ນິຕິກຳໃໝ່ທີ່ຈຳເປັນ, ພ້ອມທັງປັບປຸງກົດໝາຍ
ແລະ ນິຕິກຳທີ່ປະກາດໃຊ້ໄປແລ້ວໃຫ້ສອດຄ່ອງ.
- ເອົາໃຈໃສ່ຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ສຳເລັດຢ່າງທັນການ, ຍົກສູງຄຸນນະພາບຂອງ
ການອອກໃບຢັ້ງຢືນຄວາມຖືກຕ້ອງຂອງເອກະສານຕ່າງໆ, ພ້ອມທັງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ວ່ອງໄວ, ຮັບ
ປະກັນຄວາມຖືກຕ້ອງເປັນທຳ.
(7). ການພັດທະນາປະຊາກອນ, ຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາແມ່ຍິງ ແລະ
ເຍົາວະຊົນ-ຊາວໜຸ່ມ:
+ ດ້ານປະຊາກອນ:
ສົ່ງເສີມໃຫ້ທຸກຄົນເອົາໃຈໃສ່ການສຶກສາຮ່ຳຮຽນຍົກລະດັດຄວາມຮູ້ຄວາມສາມາດ, ມີວຽກເຮັດງານທຳ, ມີອາຊີບ ແລະ ມີ
ລາຍໄດ້ສູງຂຶ້ນ, ພ້ອມກັນນັ້ນກໍ່ເອົາໃຈໃສ່ຮັກສາສຸພາບພະລານາໄມໃຫ້ສົມບູນ, ມີຄຸນສົມບັດສິນທຳ ແລະ ມີຄວາມຮັກຊາດດູດ
ດື່ມເອົາໃຈໃສ່ຍົກອັດຕາດັດຊະນີຫມາຍຊັບພະຍາກອນມະນຸດ (HDI) ໃຫ້ສູງຂຶ້ນຕື່ມ.
ຄາດຫມາຍຕົ້ນຕໍ:
- ຄາດຄະເນວ່າຮອດປີ 2015 ປະເທດເຮົາຈະມີປະຊາກອນປະມານ 6,9 ລ້ານຄົນ, ດ້ວຍຈັງຫວະການຂະຫຍາຍຕົວໃນ
ລະດັບ 2% ຕໍ່ປີ.
+ ການພັດທະນາແມ່ຍິງ, ການສົ່ງເສີມຄວາມສະເຫມີພາບຍິງ-ຊາຍ. ອັນນີ້ເປັນນະໂຍບາຍໃຫຍ່ອັນຫນຶ່ງຂອງພັກ
ແລະ ລັດເຮົາ.
ຄາດຫມາຍຕົ້ນຕໍ:
- ສູ້ຊົນເພີ່ມຈຳນວນເພດຍິງເຂົ້າໃນຄະນະນຳຂອງອົງການຈັດຕັ້ງພັກ-ລັດ-ມະຫາຊົນຂັ້ນຕ່າງໆກວມ 15% ຂຶ້ນໄປ, ເປັນ
ສະມາຊິກສະພາແຫ່ງຊາດໃຫ້ໄດ້ 30% ຂຶ້ນໄປ.
-ຫລຸດຜ່ອນການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໃຫ້ໄດ້ໃນລະດັບສູງ.
+ ການພັດທະນາເຍົາວະຊົນ-ຊາວຫນຸ່ມ:
ສຶກສາອົບຮົມຄົນຮຸ່ນຫນຸ່ມໃຫ້ມີນ້ຳໃຈຮັກຊາດ, ມີໂລກະທັດ, ຊີວະທັດກ້າວຫນ້າ; ສົນໃຈຕໍ່ການສຶກສາຮ່ຳ ຽນ, ຍົກລະດັບ
ຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເລື້ອຍໆ, ເອົາໃຈໃສ່ຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ວິທະຍາການເຂົ້າໃໝ່ໃນການຜະລິດ,
ທຸລະກິດ, ມີແບບແຜນດຳລົງຊີວິດທີ່ສົດໃສ.
ຄາດຫມາຍຕົ້ນຕໍ:
-ສູ້ຊົນໃຫ້ເຍົາວະຊົນ-ຊາວຫນຸ່ມຫລາຍກວ່າ 30% ໄດ້ເຂົ້າເປັນສະມາຊິກຂອງອົງການຕົນ.
-ສ້າງໃຫ້ໄດ້ຫນ່ວຍຊາວຫນຸ່ມແບບຢ່າງ 2 ສາມັກຄີ 3 ດີ 4 ພັດທະນາ ແລະ ກອງເຍົາວະຊົນນຳຫນ້າໃຫ້ໄດ້ຫລາຍກວ່າ
50% ຂອງຈຳນວນຫນ່ວຍທັງຫມົດ.
(8). ຂະແຫນ່ງກິລາກາຍະກຳ:
ຍູ້ແຮງຂະບວນການກິລາ- ກາຍະກຳໃຫ້ມີບັນຍາກາດຟົດຟື້ນນັບແຕ່ຕົວເມືອງຮອດຊົນນະບົດ ແລະ ຫັນເຂົ້າສູ່ຊີວິດ-ສັງຄົມ
ຕົວຈິງ, ເຮັດໃຫ້ຊັ້ນຄົນຕ່າງໆ ໂດຍສະເພາະແມ່ນຊາວຫນຸ່ມມີຄວາມສົນໃຈຫລິ້ນກິລາຫລາຍຂຶ້ນ; ພັດທະນານັກກິລາລາວໃຫ້
ກາຍເປັນນັກກິລາອາຊີບ ແລະ ຫຍັບເຂົ້າໃກ້ກັບລະດັບຂອງພາກພື້ນ ແລະ ສາກົນເທື່ອລະກ້າວ. ສົ່ງເສີມ ແລະ ພັດທະນາ
ກິລາພື້ນເມືອງຂອງບັນດາເຜົ່າ. ຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 9 ໃນປີ 2011 ທີ່ແຂວງຫລວງພະບາງ ແລະ ຄັ້ງທີ
10 ໃນປີ 2014 ທີ່ແຂວງອຸດົມໄຊ ໃຫ້ມີຜົນສຳເລັດສູງ.
(9). ຂະແຫນງວິທະຍາສາດ-ເຕັກໂນໂລຊີ:
ວິທະຍາສາດ-ເຕັກໂນໂລຊີມີບົດບາດອັນສຳຄັນຕໍ່ການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ. ດັ່ງນັ້ນຈະຕ້ອງສຸມໃສ່
ການຄົ້ນຄວ້າ ແລະ ນຳໃຊ້ຜົນສຳເລັດໃຫມ່ເຂົ້າໃນການຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງຂອງປະເທດເຮົາ. ໃນສະເພາະ
ຫນ້ານີ້ໃຫ້ສຸມໃສ່ປະຕິບັດໂຄງການຄຸ້ມຄອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກໃຫ້ກວ້າງຂວາງ, ຂະຫຍາຍລະບົບຕາ
ຫນ່າງເຊື່ອມຕໍ່ທຸກເມືອງ ແລະ ຂັ້ນບ້ານໃຫ້ໄດ້ 20% ຂອງບ້ານທັງຫມົດ; ສູ້ຊົນຄົ້ນຄວ້າເຕັກໂນໂລຊີໃຫມ່ທີ່ເປັນມິດກັບສິ່ງ
ແວດລ້ອມ ແລະ ປະຊາຊົນ ທົ່ວໄປສາມາດນຳໃຊ້ໄດ້.
ປົກປ້ອງຊັບສິນທາງປັນຍາ ແລະ ຂຶ້ນທະບຽນການຄ້າ ເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມຍົກສູງຄວາມສາມາດແຂ່ງ
ຂັນໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ.
(10).ການແກ້ໄຂບັນຫາ ຢາເສບຕິດ:
ຕັ້ງຫນ້າສືບຕໍ່ປະຕິບັດຍຸດທະສາດກ່ຽວກັບການແກ້ໄຂບັນຫາການຜະລິດ, ການຊົມໃຊ້, ການລັກລອບຄ້າຂາຍ ແລະ
ການກໍ່ອາດຊະຍາກຳທີ່ຕິດພັນກັບຢາເສບຕິດແນໃສ່ເຮັດໃຫ້ປະເທດເຮົາເປັນປະເທດປອດຢາເສບຕິດເທື່ອລະກ້າວ, ທັງປະ
ກອບສ່ວນເຮັດໃຫ້ປະຊາຄົມອາຊຽນໄດ້ປອດຈາກຢາເສບຕິດພາຍໃນປີ 2015.
ໃນສະເພາະຫນ້ານີ້, ຕ້ອງສູ້ຊົນພັດທະນາບ້ານ ເພື່ອຫັນປະຊາຊົນໄປປະກອບອາຊີບອື່ນທີ່ຫມັ້ນທ່ຽງ, ພ້ອມກັນນັ້ນ
ກໍ່ເອົາໃຈໃສ່ປິ່ນປົວຄົນຕິດຝິ່ນ ແລະ ຄົນຕິດຢາບ້າໃຫ້ຫລຸດໜ້ອຍຖອຍລົງ, ກ້າວໄປເຖິງການແກ້ໄຂບັນຫານີ້ຢ່າງສິ້ນເຊີງ.
3.3 ການພັດທະນາແບບຢືນຍົງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ.
ເພື່ອບັນລຸເປົ້າຫມາຍແຫ່ງການພັດທະນາແບບຍືນຍົງນັ້ນພວກເຮົາຕ້ອງສົ່ງເສີມເສດຖະກິດພູມປັນຍາຕິດແຫນ້ນກັບການ
ຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດປະໂຫຍດສູງສຸດ, ທັງປົກປັກຮັກສາສິ່ງແວດລ້ອມໄດ້ດີ. ໃນຕໍ່ຫນ້ານີ້,
ຕ້ອງສຸມໃສ່ປົກປັກຮັກສາຄຸນນະພາບສິ່ງແວດລ້ອມ (ນ້ຳ, ດິນ, ແຮ່ທາດ ແລະ ອາກາດ) ຢູ່ 25 ເມືອງທີ່ຈະມີໂຄງການພັດ
ທະນາ, ບໍ່ໃຫ້ຫລຸດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ.
- ສ້າງນະຄອນຫລວງວຽງຈັນ ແລະ 6 ຕົວເມືອງໃຫຍ່ຕາມລຳແມ່ນ້ຳຂອງເຊັ່ນ: ເມືອງຫລວງພະບາງ, ເມືອງຫ້ວຍຊາຍ,
ເມືອງໄຊຍະບູລີ, ເມືອງໄກສອນ ພົມວິຫານ, ເມືອງທ່າແຂກ ແລະ ເມືອງປາກເຊ ໃຫ້ເປັນຕົວແບບດ້ານສິ່ງແວດລ້ອມ,
ໃຫ້ກາຍເປັນຕົວເມືອງສີຂຽວ, ສະອາດ ແລະ ງາມຕາ.
-ຮັບປະກັນອັດຕາປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ກວມປະມານ 65% ຂອງເນື້ອທີ່ທົ່ວປະເທດ.
3.4. ການພັດທະນາວິສາຫະກິດ:
ກ່ອນອື່ນຫມົດລັດຕ້ອງສ້າງສະພາບແວດລ້ອມອຳນວຍໃຫ້ທຸກພາກສ່ວນເສດຖະກິດເຄື່ອນໄຫວຢ່າງສະເຫມີພາບຕໍ່ຫນ້າ
ກົດຫມາຍຕາມກົນໄກຕະຫລາດ, ທັງດຳເນີນການຄຸ້ມຄອງດັດສົມຢ່າງມີປະສິດທິພາບຕາມກົດຫມາຍ ເພື່ອໃຫ້ແຕ່ລະພາກ
ສ່ວນເສດຖະກິດມີຄວາມສາມາດປະກອບສ່ວນເຂົ້າໃນການຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ສ້າງຫົວຫນ່ວຍທຸລະກິດ
ຂອງລາວເຮົາໃຫ້ມີຄວາມສາມາດແຂ່ງຂັນເພີ່ມຂຶ້ນເທື່ອລະກ້າວ ໃນເງື່ອນໄຂຂອງການເຊື່ອມໂຍງສາກົນ.
ປັບປຸງລັດວິສາຫະກິດໃຫ້ເຂັ້ມແຂງ, ທັນສະໄຫມຕາມທິດຫັນໄປສູ່ວິສາຫະກິດປະສົມ ຫລື ຮຸ້ນສ່ວນເພື່ອໃຫ້ລັດວິສາຫະກິດ
ມີກຳລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ; ພ້ອມກັນນັ້ນກໍ່ໃຫ້ຄົ້ນຄວ້າກໍ່
ສ້າງລັດວິສາຫະກິດໃນບາງຂະແຫນງການທີ່ຈຳເປັນຂຶ້ນ, ເປັນຕົ້ນໃນຂະແຫນງການທີ່ມີຄວາມສຳຄັນຕໍ່ການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ໃນຂະແຫນງການຈຳເປັນທີ່ຕ້ອງການສະສົມທຶນຫລາຍເພື່ອຍູ້ແຮງພື້ນຖານເສດຖະກິດແຫ່ງຊາດ, ໃນຂະ
ແຫນງການທີ່ຮັບໃຊ້ສາທາລະນະປະໂຫຍດ ເຊິ່ງພາກສ່ວນເສດຖະກິດອື່ນບໍ່ສົນໃຈເຮັດ.
ສົ່ງເສີມບັນດາວິສາຫະກິດລວມທັງວິສາຫະກິດຂະຫນາດນ້ອຍ-ຂະຫນາດກາງໃຫ້ສາມາດເຂົ້າຫາແຫລ່ງທຶນໄດ້ສະດວກຂຶ້ນ,
ຫັນບໍລິສັດຈຳກັດເປັນບໍລິສັດມະຫາຊົນ ເພື່ອກຽມພ້ອມທຸກເງື່ອນໄຂເຂົ້າຕະຫລາດຫລັກຊັບ, ພັດທະນາຕະຫລາດຮຸ້ນໃຫ້ສາມາດ
ດຳເນີນງານຢ່າງຄ່ອງຕົວ ເພື່ອໃຫ້ເປັນແຫລ່ງລະດົມທຶນຮອນແຫລ່ງຫນຶ່ງຄຽງຄູ່ກັບແຫລ່ງທຶນຂອງລັດ, ຂອງທະນາຄານ ແລະ
ຂອງຕ່າງປະເທດ. ອັນສຳຄັນລັດຈະຕ້ອງຖືຮຸ້ນໃນອັດຕາທີ່ເຫມາະສົມໃນທຸລະກິດທີ່ຈະໄດ້ຜົນຕອບແທນສູງ ເພື່ອເພີ່ມແຫລ່ງ
ສ້າງລາຍຮັບ.
3.5. ການພັດທະນາເຂດແຄວ້ນ:
+ ພາກເຫນືອ:
ສຸມໃສ່ພັດທະນາເຂດອຸດສາຫະກຳຢູ່ແຂວງວຽງຈັນ, ແຂວງຊຽງຂວາງ ແລະ ແຂວງອຸດົມໄຊ; ພັດທະນາເຂດເສດຖະກິດ
ພິເສດ ແລະ ເສດຖະກິດຊາຍແດນ: ບໍ່ເຕ່ນ (ແຂວງຫລວງນ້ຳທາ), ຕົ້ນເຜິ້ງ, ຫ້ວຍຊາຍ (ແຂວງບໍ່ແກ້ວ), ຫນອງແຮດ
(ແຂວງຊຽງຂວາງ) ແລະ ແກ່ນທ້າວ (ແຂວງໄຊຍະບູລີ); ສ້າງ ແລະ ນຳໃຊ້ແລວເສດຖະກິດຕາມເສັ້ນທາງລົດໄຟແຕ່ຊາຍ
ແດນລາວ-ຈີນ ເຖິງນະຄອນຫລວງວຽງຈັນ; ແລວເສດຖະກິດຕາເວັນອອກ-ຕາເວັນຕົກຕອນເຫນືອ: ນັບແຕ່ໄຕຈາງ
(ສສ ຫວຽດນາມ) ຜ່ານເຂົ້າມາເມືອງຂວາ-ເມືອງໄຊ-ເມືອງນ້ຳທາ ໄປເຖິງບ້ານ ຊຽງກົກ (ຕິດກັບຊາຍແດນມຽນມາ);
ແລວເສດຖະກິດຕາເວັນອອກ-ຕາເວັນຕົກຕອນໃຕ້: ນັບແຕ່ດ່ານນ້ຳໂສຍ (ນາແມວ, ຫວຽດນາມ) ຜ່ານເຂົ້າມາເມືອງວຽງໄຊ-
ເມືອງຊຳເຫນືອ (ແຂວງຫົວພັນ) ຕໍ່ໃສ່ເມືອງຄຳ - ເມືອງໂພນສະຫວັນ (ແຂວງ ຊຽງຂວາງ)-ເມືອງຫລວງພະບາງ (ແຂວງ
ຫລວງພະບາງ)- ເມືອງຫົງສາ-ເມືອງໄຊຍະບູລີ- ເມືອງແກ່ນທ້າວ (ແຂວງໄຊຍະບູລີ) ແລະ ແລວເສດຖະກິດຕາມເສັ້ນທາງ
R3: ນັບແຕ່ ເມືອງນ້ຳທາ-ເມືອງວຽງພູຄາ (ແຂວງຫລວງນ້ຳທາ) ຕໍ່ໃສ່ເມືອງຫ້ວຍຊາຍ (ແຂວງບໍ່ແກ້ວ) ໄປເຖິງເມືອງປາກ
ແບ່ງ- ເມືອງເງິນ-ຫ້ວຍໂກນ(ຊາຍແດນລາວ-ໄທ), ພັດທະນາເສັ້ນທາງລານຕຸຍ-ບຸນເຫນືອ (1A),ເສັ້ນທາງນາຫມໍ້-ບຸນໃຕ້.
+ ພາກກາງ:
ພັດທະນາພາກກາງໃຫ້ກາຍເປັນເຂດເສດຖະກິດ ແລະ ບໍລິການທີ່ນຳຫນ້າ, ໃຫ້ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ
ສາກົນ; ພັດທະນາທົ່ງພຽງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ກາຍເປັນອູ່ເຂົ້າອູ່ປາ ຂອງປະເທດ
ແລະ ເປັນແຫລ່ງສິນຄ້າສົ່ງອອກລາຍໃຫຍ່; ຂະຫຍາຍ ແລະ ນຳໃຊ້ທ່າແຮງເສັ້ນທາງຄົມມະນາຄົມຕາເວັນອອກ-ຕາເວັນຕົກ
ແລະ ເສັ້ນທາງເຫນືອ-ໃຕ້ເຊັ່ນ: ທາງເລກ 8,9,12,13 ໂດຍການສ້າງເຂດເສດຖະກິດຕາມແລວເສັ້ນທາງດັ່ງກ່າວ; ພັດທະນາ
ເສັ້ນທາງ 1D,1E,1F, ປັບປຸງ ແລະ ນຳໃຊ້ພື້ນຖານໂຄງລ່າງ: ສະຫນາມບິນສາກົນ, ເຂດເສດຖະກິດພິເສດ, ເຂດເສດຖະ
ກິດສະເພາະ, ເຂດບໍລິການການຜະລິດ ແລະ ຂົນສົ່ງ (Logistic), ເຂດການຄ້າຊາຍແດນ, ການທ່ອງທ່ຽວ.
+ ພາກໃຕ້:
ສ້າງໃຫ້ກາຍເປັນສູນກາງເຊື່ອມຕໍ່ໃນອະນຸພາກພື້ນ ແລະ ເຂດສາມຫລ່ຽມພັດທະນາໂດຍເນັ້ນໃສ່ພັດທະນາບັນດາແລວ
ທາງເສດຖະກິດ ຄື: ຈຳປາສັກ-ເວີນຄາມ (ຊາຍແດນກຳປູເຈຍ); ວັງເຕົ່າ-ຈຳປາສັກ - ສາລະວັນ-ຊາຍແດນຫວຽດນາມ,
ຈຳປາສັກ-ເຊກອງຕໍ່ໃສ່ຊາຍແດນຫວຽດນາມ; ຈຳປາສັກ-ອັດຕະປືຕໍ່ໃສ່ຊາຍແດນຫວຽດນາມ; ພັດທະນາເສັ້ນທາງຫລວງ
ສາຍຕັ້ງ 1J, 1I, 1H, 1G; ເສັ້ນທາງສາຍຂວາງ: ເສັ້ນທາງ 18, ເສັ້ນທາງ 10B, ເສັ້ນທາງ 15 ແລະ ເສັ້ນທາງ 15B;
ພັດທະນາພູພຽງບໍລະເວນໃຫ້ເປັນຖານການຜະລິດກະສິກຳສະອາດ, ປອດສານພິດ ແລະ ການປຸງແຕ່ງທີ່ມີຄຸນນະພາບ.
3.6. ການພັດທະນາຂົງເຂດລັດ:
+ ອົງການນິຕິບັນຍັດ:
ສືບຕໍ່ປັບປຸງກົງຈັກສະພາແຫ່ງຊາດເປັນຕົ້ນແມ່ນການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກຳມາທິການ
ແລະ ຫ້ອງວ່າການສະພາແຫ່ງຊາດ, ກໍ່ຄືຄະນະສະມາຊິກສະພາ ແລະ ຫ້ອງວ່າການຄະນະສະມາຊິກສະພາແຫ່ງຊາດປະຈຳ
ເຂດເລືອກຕັ້ງ ໃຫ້ມີຄຸນນະພາບສູງຂຶ້ນແນໃສ່ປະຕິບັດພາລະບົດບາດທີ່ເປັນອົງການນິຕິບັນຍັດໃຫ້ຫນັກແຫນ້ນເຂັ້ມແຂງກວ່າ
ເກົ່າ, ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດຫມາຍຢູ່ໃນບັນດາອົງການຈັດຕັ້ງລັດ
ຢ່າງມີຈຸດສຸມຖືກກັບບັນຫາທີ່ສັງຄົມຕັ້ງຂຶ້ນ; ພ້ອມກັນນັ້ນກໍ່ເພີ່ມທະວີພາລະບົດບາດຂອງສະພາແຫ່ງຊາດ ໃນຖານະເປັນອົງ
ການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນຕື່ມ, ດ້ວຍການພິຈາລະນາຮັບຮອງ
ເອົາກົດຫມາຍໃຫ້ຄ່ອງຕົວ ແລະ ມີຄຸນນະພາບ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ ແລະ ຕຸລາການ
ໃຫ້ແຂງແຮງ, ມີຈຸດສຸມ ແລະ ແທດເຖິງ, ທັງຊຸກຍູ້ການແກ້ໄຂຜົນຂອງການຕິດຕາມກວດກາໃນແຕ່ລະບັນຫາໃຫ້ມີຄວາມຫັນ
ປ່ຽນຢ່າງຕັ້ງຫນ້າ.
ໃນສະເພາະຫນ້ານີ້ແມ່ນດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ໃຫ້ສຳເລັດຜົນຕາມຄາດຫມາຍ.
ອົງການກວດສອບແຫ່ງລັດຕ້ອງເພີ່ມທະວີການປະຕິບັດພາລະບົດບາດຂອງຕົນໃນການກວດສອບການນຳໃຊ້ງົບປະມານ
ຢູ່ໃນບັນດາອົງການສິດອຳນາດແຫ່ງລັດໃຫ້ເປັນປົກກະຕິ, ທັງເປັນເຈົ້າການໃນການຄົ້ນຄວ້າ ແລະ ນຳສະເຫນີວິທີການແກ້ໄຂ
ຜົນການກວດສອບແກ່ລັດຖະບານໃຫ້ທັນກັບສະພາບການ.
+ ອົງການບໍລິຫານ:
ຕັ້ງຫນ້າປັບປຸງອົງການບໍລິຫານລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຕາມທິດກະທັດລັດ, ສົມເຫດສົມຜົນ ແລະ ມີປະສິດ
ທິພາບ, ສູ້ຊົນນຳໃຊ້ເຕັກນິກ ແລະ ວິທີການຄຸ້ມຄອງທີ່ທັນສະໄຫມເຂົ້າໃນວຽກງານບໍລິຫານເທື່ອລະກ້າວຢ່າງຫນັກແຫນ້ນ.
ອັນຮີບດ່ວນທີ່ສຸດ ແມ່ນຕ້ອງປັບປຸງກົດຫມາຍວ່າດ້ວຍລັດຖະບານ, ກົດຫມາຍວ່າດ້ວຍການປົກຄອງທ້ອງຖິ່ນ, ລະບຽບການວ່າ
ດ້ວຍລັດຖະກອນ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການແຫ່ງການເພີ່ມຄວາມສາ
ມາດໃນການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກຂອງບັນດາອົງການຂັ້ນສູນກາງ, ທັງສ້າງເງື່ອນໄຂອັນພຽງພໍໃຫ້ການ
ເສີມຂະຫຍາຍຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທ້ອງຖິ່ນໃນການປະຕິບັດທຸກວຽກງານທີ່ລັດມອບຫມາຍໃຫ້.
ພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ພັດທະນາຖັນແຖວພະນັກງານດ້ວຍການສ້າງ, ບຳລຸງຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຮອບ
ດ້ານເປັນຕົ້ນແມ່ນດ້ານການເມືອງ, ການປົກຄອງ, ວິຊາການ, ຈັນຍາບັນ ແລະ ຈັນຍາທຳເພື່ອປົກປ້ອງສິດຜົນປະໂຫຍດອັນ
ຊອບທຳຂອງພົນລະເມືອງ.
+ ອົງການຕຸລາການ (ປະກອບດ້ວຍສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ):
ສືບຕໍ່ປັບປຸງທາງດ້ານການຈັດຕັ້ງໃຫ້ເຂັ້ມແຂງ, ປະກອບດ້ວຍບຸກຄະລາກອນທີ່ຫນັກແຫນ້ນທາງດ້ານການເມືອງ, ວິຊາການ,
ພື້ນຖານວັດຖຸເຕັກນິກທີ່ທັນສະໄຫມເພື່ອຮັບປະກັນການປະຕິບັດຫນ້າທີ່ປົກປ້ອງກົດຫມາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ
ມີຄວາມຍຸຕິທຳ. ສູ້ຊົນສ້າງຕັ້ງສານປົກຄອງ, ສານແຮງງານ ແລະ ສານເດັກໃຫ້ເປັນລະບົບຄົບຊຸດ. ເອົາໃຈໃສ່ເປັນພິເສດ
ໃນການປັບປຸງສານປະຊາຊົນເຂດ, ອົງການໄອຍະການປະຊາຊົນເຂດ ແລະ ພາກ ໃຫ້ສາມາດປະຕິບັດຫນ້າທີ່ໄດ້ຕາມກົດຫມາຍ
ກຳນົດໄວ້.
3.7. ຂະແຫນງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
ສືບຕໍ່ຕັ້ງຫນ້າປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສ້າງທ່າສະຫນາມ 3 ຂັ້ນໃຫ້
ຫນັກແຫນ້ນເຂັ້ມແຂງ; ສົມທົບຢ່າງແຫນ້ນແຟ້ນລະຫວ່າງການພັດທະນາເສດຖະກິດກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ແລະ ການຕ່າງປະເທດ. ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບກຳລັງ ປກຊ-ປກສ ຂອງບັນດາປະເທດອ້າຍນ້ອງ, ເພື່ອນມິດ; ປັບ
ປຸງກົນໄກ ແລະ ລະບຽບການຕ່າງໆດ້ານການຕິດຕາມກວດກາການເຂົ້າ-ອອກເມືອງ, ການຄຸ້ມຄອງພົນລະເມືອງໃຫ້ແທດເຫມາະ
ສອດຄ່ອງກັບສະພາບການໃຫມ່, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມສະດວກສະບາຍ
ໃນການດຳລົງຊີວິດຂອງປະຊາຊົນເຮົາກໍ່ຄືຊາວຕ່າງປະເທດ. ປັບປຸງພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກ, ປະກອບພາຫະນະ, ອາວຸດ
ຍຸດໂທປະກອນທີ່ທັນສະໄຫມເທື່ອລະກ້າວ, ປົກປັກຮັກສາອຳນາດອະທິປະໄຕຂອງຊາດໄວ້ໃຫ້ຫມັ້ນຄົງ.
3.8. ດ້ານການຮ່ວມມືສາ ກົນ:
ຕັ້ງຫນ້າປະຕິບັດແນວທາງຕ່າງປະເທດອັນສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ, ສ້າງສະພາບແວດລ້ອມພາຍນອກທີ່ເອື້ອ
ອຳນວຍໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ ແລະ ການປົກປັກຮັກສາປະເທດຊາດ; ປະຕິບັດນະໂຍບາຍການເຊື່ອມໂຍງເສດ
ຖະກິດກັບພາກພື້ນ ແລະ ສາກົນໃຫ້ມີຄວາມຫນັກແຫນ້ນໂດຍສຸມໃສ່ການຮ່ວມມືໃນຂອບອາຊຽນ (ASEAN), ການຮ່ວມມືໃນຂອບ
ອະນຸພາກພື້ນແມ່ນ້ຳຂອງ (GMS); ສືບຕໍ່ກະກຽມເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO), ກຽມຄວາມພ້ອມໃນການ
ເປັນເຈົ້າພາບກອງປະຊຸມສຸດຍອດອາເຊມ (ASEM) ປີ 2012.
4. ມາດຕະການເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ:
1). ມາດຕະການກ່ຽວກັບການຍູ້ແຮງການເຕີບໂຕ ແລະ ຮັກສາຄວາມຫມັ້ນທ່ຽງດ້ານເສດຖະກິດມະຫາພາກມີດັ່ງນີ້:
-ເສີມຂະຫຍາຍກຳລັງແຮງຂອງທຸກພາກສ່ວນເສດຖະກິດ, ລະດົມການລົງທຶນຂອງທົ່ວສັງຄົມໃຫ້ໄດ້ຢ່າງຕ່ຳ 32% ຂອງ GDP
ໂດຍເອົາໃຈໃສ່ປະຕິບັດນະໂຍບາຍ, ກົນໄກເສດຖະກິດຕະຫລາດ, ກົດຫມາຍການລົງທຶນ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງຢ່າງຕັ້ງ
ຫນ້າ, ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງ
ເອົາການຊ່ວຍເຫລືອຈາກພາຍນອກ.
- ທຸກຂະແຫງນການ ແລະ ທ້ອງຖິ່ນເພີ່ມທະວີຄວາມຮັບຜິດຊອບໃນການຂຸດຄົ້ນລາຍຮັບຮ່ວງສູນກາງ ແລະ ທ້ອງຖິ່ນໃຫ້ໄດ້
ຢ່າງຄົບຖ້ວນ, ປະຕິບັດກົດຫມາຍວ່າດ້ວຍພາສີ- ອາກອນໃຫ້ເຂັ້ມງວດ, ຮີບຮ້ອນແກ້ໄຂບັນຫາທີ່ເປັນຊ່ອງຫວ່າງໃນການເກັບລາຍຮັບ,
ສະກັດກັ້ນການຄ້າຂາຍເຖື່ອນໃຫ້ມີປະສິດທິພາບຂຶ້ນຕື່ມ.
- ປະຕິບັດລະບົບການດຸ່ນດ່ຽງມະຫາພາກ, ດຸ່ນດ່ຽງທຶນ, ງົບປະມານ, ຂາອອກ - ຂາເຂົ້າ, ການສະສົມ, ການແກ້ໄຂຫນີ້ສິນ,
ການເງິນ - ເງິນຕາ, ແຮງງານ, ວັດຖຸດິບເພື່ອຜະລິດທຸລະກິດ; ປະຕິບັດນະໂຍບາຍລາຄາທີ່ສອດຄ່ອງກັບກົນໄກຕະຫລາດ ແລະ
ຄຸ້ມຄອງບາງລາຄາສິນຄ້າທີ່ເປັນຍຸດທະສາດ.
- ອັນສຳຄັນທີ່ສຸດແມ່ນແຕ່ລະຂະແຫນງການສູນກາງ ແລະ ທ້ອງຖິ່ນຕ້ອງປະຕິບັດວິໄນແຜນການ ແລະ ວິໄນການເງິນຢ່າງ
ເຂັ້ມງວດ, ປະສານສົມທົບກັນແຫນ້ນໃນການຈັດລຽງໂຄງການລົງທຶນປະຈຳປີຢ່າງມີຈຸດສຸມໂດຍອີງໃສ່ບັນຊີໂຄງການຕົ້ນຕໍຂອງແຜນ
ການ 5 ປີ ແລະ ອີງຕາມຄວາມສາມາດດ້ານແຫລ່ງທຶນ. ຫ້າມປະຕິບັດໂຄງການນອກການອະນຸມັດຂອງສະພາແຫ່ງຊາດ.
2. ມາດຕະການກ່ຽວກັບການຈັດຕັ້ງປະຕິບັດເປົ້າຫມາຍສະຫັດສະຫວັດດ້ານການພັດທະນາ:
- ກ່ອນອື່ນຫມົດບັນດາຂະແຫນງການ ແລະ ທ້ອງຖິ່ນຕ້ອງເຊື່ອມຊຶມ, ກຳແຫນ້ນເນື້ອໃນຈິດໃຈຂອງ 9 ເປົ້າຫມາຍສະຫັດ
ສະຫວັດດ້ານການພັດທະນາ, ເປັນຕົ້ນແມ່ນເປົ້າຫມາຍ, ຄາດຫມາຍ, ຕົວຊີ້ວັດ ແລະ ກິດຈະກຳທີ່ນອນໃນຄວາມຮັບຜິດຊອບ
ຂອງຕົນ, ທັງແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານ ແລະ ຫນ່ວຍງານຂອງຕົນຢ່າງຈະແຈ້ງ.
- ຄົ້ນຄວ້າ ແລະ ປະກາດໃຊ້ໂດຍໄວກ່ຽວກັບນະໂຍບາຍສົ່ງເສີມເປັນພິເສດຕໍ່ການລົງທຶນຂອງບັນດາພາກສ່ວນເສດຖະກິດ
ເຂົ້າໃສ່ການພັດທະນາຊົນນະບົດ ທີ່ນອນໃນເຂດທີ່ຍັງທຸກຍາກ.
- ບັນດາອົງການທີ່ກ່ຽວຂ້ອງຂອງລັດຖະບານ (ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ)
ມີຫນ້າທີ່ສົມທົບກັບອົງການຈັດຕັ້ງສາກົນ ເພື່ອລະດົມ, ຈັດສັນແຫຼ່ງທຶນເຂົ້າໃສ່ເປົ້າຫມາຍ, ຄາດຫມາຍ, ກິດຈະກຳຕ່າງໆ, ພ້ອມ
ທັງແນະນຳວິທີການຈັດສັນທຶນໃຫ້ໄປຮອດໄປເຖິງປະຊາຊົນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.
3. ມາດຕະການກ່ຽວກັບການປະສານງານ ແລະ ການແກ້ໄຂບັນຫາທີ່ພົວພັນລະຫວ່າງຂະແຫນງການ:
- ຂະແຫນງກະສິກຳ - ປ່າໄມ້ເປັນໃຈກາງປະສານງານກັບຂະແຫນງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນໃນການ
ປະຕິບັດໂຄງການຄ້ຳປະກັນຄວາມປອດໄພດ້ານສະບຽງອາຫານ, ສົ່ງເສີມການຜະລິດກະສິກຳທີ່ສະອາດ ແລະ ປອດສານພິດ.
ພ້ອມກັນນັ້ນກໍ່ເປັນເຈົ້າການຄຸ້ມຄອງ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການນຳໃຊ້ປ່າໄມ້ແບບຍືນຍົງ.
- ອົງການຄຸ້ມຄອງທີ່ດິນແຫ່ງຊາດ: ໃຫ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດຫມາຍ
ທີ່ດິນໃຫ້ເຂັ້ມງວດ, ພ້ອມກັນນັ້ນກໍ່ດຳເນີນການຈັດສັນ, ຂຶ້ນທະບຽນ ແລະ ນຳໃຊ້ທີ່ດິນຕາມນະໂຍບາຍທີ່ວາງອອກແລ້ວ.
4. ມາດຕະການກ່ຽວກັບການເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຕໍ່ເສດຖະກິດ ແລະ ສັງຄົມ:
- ປັບປຸງບັນດາອົງການສິດອຳນາດແຫ່ງລັດໃຫ້ມີປະສິດທິພາບ, ມີຄວາມສັກສິດ, ປອດໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ
ໂດຍມີກົງຈັກການຈັດຕັ້ງທີ່ສົມຄູ່ ແລະ ກະທັດລັດ. ສົມເຫດສົມຜົນ; ເດັດກ່ຽວກຳຈັດປັດເປົ່າພະຍາດອາດຍາສິດ, ການສໍ້ລາດບັງ
ຫລວງ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນກົງຈັກລັດ ແລະ ຖັນແຖວລັດຖະກອນ.
- ຕັ້ງຫນ້າປັບປຸງບັນດາກະຊວງ - ອົງການລັດຂັ້ນສູນກາງ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ, ມີຄວາມສາມາດພຽງພໍໃນການ
ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກຢ່າງຄົບຖ້ວນ, ເປັນຕົ້ນແມ່ນເພີ່ມທະວີການປະຕິບັດບັນດາກົດຫມາຍ, ລະບຽບການ
ແລະ ມາດຕະການຕ່າງໆທີ່ສະພາແຫ່ງຊາດ ແລະ ລັດຖະບານວາງອອກນັ້ນຢ່າງເຄັ່ງຄັດ, ຄຽງຄູ່ກັນນັ້ນກໍ່ຄົ້ນຄວ້າປັບປຸງ ແລະ
ອອກນະໂຍບາຍ ແລະ ນິຕິກຳຕ່າງໆໃຫ້ສອດຄ່ອງກັບສະພາບການພັດທະນາໃນແຕ່ລະໄລຍະ; ພ້ອມທັງຕິດຕາມກວດກາ ແລະ
ຊ່ວຍຊູຍູ້ຫນູນທ້ອງຖິ່ນ ແລະ ຫົວຫນ່ວຍຈຸນລະພາກໃນການປະຕິບັດວຽກງານ.
5. ມາດຕະການກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ VII ແລະ ການ
ແບ່ງຂັ້ນຄຸ້ມຄອງ:
- ລັດຖະບານ: ລາຍງານສະພາບການຈັດຕັ້ງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ແລະ ແຜນການລົງທຶນ
ຂອງລັດຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ທັງເປັນຜູ້ອອກດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -
ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ພາຍຫລັງທີ່ມີມະຕິຕົກລົງຂອງສະພາແຫ່ງຊາດ.
- ກະຊວງແຜນການ ແລະ ການລົງທຶນ: ອອກບົດແນະນຳລະອຽດກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ
- ສັງຄົມແຫ່ງຊາດ, ແຜນການລົງທຶນຂອງລັດພາຍຫລັງທີ່ລັດຖະບານອອກດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນການດັ່ງກ່າວ
ພ້ອມທັງສະຫລຸບ, ສັງລວມ, ຕີລາຄາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດໃຫ້ລັດຖະບານຢ່າງເປັນປົກກະຕິ.
- ກະຊວງການເງິນ: ເປັນຜູ້ຄຸ້ມຄອງ, ຕິດຕາມການສະຫນອງ ແລະ ການນຳໃຊ້ງົບປະມານຂອງລັດໃນການຈັດຕັ້ງປະຕິບັດ
ບັນດາໂຄງການລົງທຶນຂອງລັດຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ. ພ້ອມທັງສະຫລຸບ,
ສັງລວມສະພາບການຈັດຕັ້ງປະຕິບັດແລ້ວສົ່ງເຖິງກະຊວງແຜນການ ແລະ ການລົງທຶນເພື່ອລາຍງານໃຫ້ລັດຖະບານຢ່າງເປັນ
ປົກກະຕິ.
- ບັນດາກະຊວງ, ອົງການຂັ້ນສູນກາງ, ແຂວງ ແລະ ນະຄອນຫລວງ: ມີຫນ້າທີ່ສະຫລຸບ, ສັງລວມ ແລະ ລາຍງານຜົນ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ໂຄງການລົງທຶນຈາກງົບປະມານຂອງລັດ, ການລົງທຶນຂອງ
ເອກະຊົນພາຍໃນ ແລະ ຕ່າງປະເທດ, ຈາກທຶນຊ່ວຍເຫລືອ ແລະ ກູ້ຢືມຈາກຕ່າງປະເທດ ໃນຂອບເຂດທີ່ຕົນຮັບຜິດຊອບເປັນ
ແຕ່ລະງວດແລ້ວສົ່ງເຖິງກະຊວງແຜນການ ແລະ ການລົງທຶນຕາມ ລະບຽບການ.
ບັນດາສະຫາຍທີ່ນັບຖື ແລະ ຮັກແພງ,
ມາຮອດນີ້ການລາຍງານຂອງຂ້າພະເຈົ້າໄດ້ສິ້ນສຸດລົງແລ້ວ, ສະເຫນີໃຫ້ບັນດາສະຫາຍຜູ້ແທນປະກອບຄຳຄິດຄຳເຫັນ
ເພື່ອຈະໄດ້ປັບປຸງໃຫ້ເປັນສະບັບສົມບູນ./.

ไม่มีความคิดเห็น:

แสดงความคิดเห็น

แสดงความคิดเห็น