วันพฤหัสบดีที่ 17 มีนาคม พ.ศ. 2554

ກໍາເນີດຊາດລາວ

ກໍາເນີດຊາດລາວ
ກໍາເນີດຊາດລາວ: ໂດຍ ທ່ານອາຈານມະຫາສິລາ ວີຣະວົງສ໌

ຄົນຊາດລາວເຮົາມີກໍາເນີດເກີດຂຶ້ນມາໃນໂລກແຕ່ປາງໃດ? ເກີດຢູ່ບ່ອນໃດ? ແລະ
ຍ້ອນເຫດໃດຈຶ່ງຮ້ອງວ່າ ລາວ? ຄໍາຖາມສອງສາມປະໂຫຍກນີ້ຍັງບໍ່ມີທ່ານຜູ້ໃດຫລື ຫນັງສືຜູກ ເຫລັ້ມໃດອະທິບາຍແຈ່ມແຈ້ງ ແລະ ທັງບໍ່ມີຫລັກຖານອັນໃດພໍຈະຢັ່ງຢືນໃຫ້ແນ່ນອນໄດ້.
ເຫັນມີກ່າວໄວ້ໃນຫນັງສືລາງຜູກ ເຊັ່ນໃນຫນັງສື ນິທານ ຂຸນບູຣົມ ກໍ່ເປັນແຕ່ພຽງນິຍາຍ ຫລື
ຄວາມຄຶດຄວາມເຫັນຂອງອາຈານຜູ້ແຕ່ງກ່າວໄວ້ທໍ່ນັ້ນ ສະນັ້ນຈຶ່ງຂໍເລົ່າເຣື່ອງກໍາເນີດຂອງ
ຄົນຊາດລາວ ຕາມທີ່ຫນັງສືເຫລົ່ານັ້ນກ່າວໄວ້ສູ່ຟັງ ແລະ ພ້ອມທັງສະແດງຄວາມຄຶດເຫັນຂອງ
ຂ້າພະເຈົ້າໄວ້ນໍາດ້ວຍດັ່ງຕໍ່ໄປນີ້.

ໃນຫນັງສືຂຸນບູຣົມອັນເປັນຫນັງສືເຣື່ອງປະຫວັດສາດຂອງລາວໂດຍສະເພາະ ເຊິ່ງແຕ່ງໂດຍ
ພຣະມະຫາ ເທບຫລວງ ກັບ ພຣະມຸງຄຸນສິດທິຢູ່ວັດວິຂຸຣະມາຫາວິຫານ ນະຄອນຫລວງພຣະບາງ ໃນສະໄຫມຂອງສົມເດັດພຣະເຈົ້າ ວິຊຸນນະຣາດ ພ.ສ. 2043 ຈ.ສ. 862 ຄ.ສ. 1500 ປາຍ. ກ່າວໄວ້ວ່າແຕ່ກ່ອນພະຍາແຖນໄດ້ແຕ່ງໃຫ້ຂຸນເຄັດ ກັບຂຸນຄານ ລົງມາຕາຕັ້ງຢູ່ເມືອງລຸ່ມ ທີ່ບໍຣິເວນ ທົ່ງນານ້ອຍອອຍນູ ຄືອານາເຂດ ເມືອງແຖນ ຫລື ດ່ຽນ ບຽນ ຝູ ທຸກວັນນີ້ ພະຍາແຖນໄດ້ໃຫ້ຄວາຍຕູ້ຕົວຫນຶ່ງມາເຮັດນາ. ຄັນເມື່ອຄວາຍຕົວນັນຕາຍໄປແລ້ວຂຸນທັງສອງຈຶ່ງຝັງມັນໄວ້ທີ່ຫົວນາ ຕໍ່ມາຈຶ່ງມີເຄືອຫມາກນໍ້າເຕົ້າສອງເຄືອ ເກີດມາຈາກຮູດັງຄວາຍແລ້ວກໍ່ມີຫມາກນໍ້າເຕົ້າໃຫຍ່ສອງ ຫນ່ວຍ ເມື່ອຫມາກນໍ້າເຕົ້າໃຫຍ່ສອງຫນ່ວຍນັ້ນແກ່ແຫ້ງແລ້ວ ກໍ່ເລີຍໄດ້ຍິນສຽງຄົນ ຮ້ອງຊວ່າ ແຊວຢູ່ໃນຫມາກນໍ້າເຕົ້າຫນ່ວຍກົກ. ຂຸນເຄັດຂຸນຂານ ຈຶ່ງເອົາເຫລັກຊີເຜົາໄຟໃຫ້ແດງ ແລ້ວເອົາມາຊີຫມາກນໍ້າເຕົ້າຫນ່ວຍກົກ. ເມື່ອນັ້ນຄົນກໍ່ບຸບຽດກັນ ອອກມາເປັນອັນຫລາຍ. ຄົນພວກອອກ ມາຈາກຫມາກນໍ້າເຕົ້າຫນ່ວຍກົກນີ້ມີຜິວກາຍກໍ່າດໍາ ເພາະຖືກເຫລັກຊີ. ພວກນີ້ເປັນ ພວກ (ຂ້າ) ເຊິ່ງປັດຈຸບັນຮ້ອງວ່າລາວເທິງ. ປູ່ລາງ ເຊິ່ງເຫັນຄົນບຸບຽດກັນ ອອກມາເປັນອັນຄັບຄັ່ງ ຫລາຍ ຈຶ່ງເອົາສິ່ວໄປສິ່ວຫມາກນໍ້າເຕົ້າຫນ່ວຍທີ່ສອງ ຫລື ຫນ່ວຍນ້ອງຄົນກໍ່ລັ່ງອອກມາ. ພວກ ອອກມາທາງຮູສິ່ວມີຜິວກາຍຂາວ ເພາະບໍ່ຖືກຊີຂອງເຫລັກຊີ ພວກນີ້ເປັນລາວ. ຕັ້ງແຕ່ນັ້ນມາ ຈຶ່ງມີຄົນແຜ່ຜາຍຢາຍອອກ ໄປຕັ້ງບ້ານຕັ້ງເມືອງຕໍ່ມາ ແລະ ຍ້ອນ ຄົນ ເຫລົ່ານີ້ ເກີດມາຈາກຫມາກນໍ້າເຕົ້າຈຶ່ງຮຽກຮ້ອງວ່າ ລາວ ພາສາບາລີ ຮ້ອງຫມາກນໍ້າເຕົ້າວ່າ ລາວຸ. ຄົນທີ່ມາ ຈາກຫມາກລາວຸຈຶ່ງຮ້ອງວ່າລາວ. ໃນເຣື່ອງນີ້ຂ້າພະເຈົ້າຜູ້ຂຽນປະຕິເສດວ່າບໍ່ແມ່ນຈັກດີ້. ແຕ່ກໍ່ເປັນ ເຣື່ອງທີ່ອາຈານຜຸ້ແຕ່ງນິທານ ຂຸນບູຣົມ ອັນເປັນປະຫວັດສາດລາວສະບັບທໍາອິດ. ຂຽນບັນລາຍາຍໄວ້ໂດຍ ມີຈຸດປະສົງໃນທາງການເມືອງ ແລະ ການປົກຄອງດັ່ງຈະວິຈານສູ່ຟັງຕໍ່ໄປນີ້ຄື:
ກ. ເຣື່ອງທີ່ວ່າພະຍາແຖນແຕ່ງໃຫ້ຂຸນເຄັດຂຸນຄານລົງມາຕັ້ງເມືອງລຸ່ມນັ້ນ ອາດຈະແມ່ນ ເຣື່ອງຂຸນບູຣົມຣາຊາທິຣາດ ເຊິ່ງເປັນເຈົ້າແຜ່ນດິນລາວຊາວເມືອງຫນອງແສທີ່ຂະຫຍາຍດີນແດນ ລົງມາທາງພາກໄຕ້ ໂດຍມີພຣະຣາຊອາດຍາໃຫ້ຂຸນເຄັດກັບຂຸນຄານລົງມາຕັ້ງທໍາມາຫາກິນຢູ່ໃນດິ ແດນຂອງພວກຂອມ ແລະ ລາວເທິງຕ່າງໆ. ເພື່ອບໍ່ໃຫ້ພວກຂອມຜູ້ເປັນເຈົ້າຂອງຖິ່ນເດີມຂົ່ມເຫັງ ຄົນລາວເພິ່ນຈຶ່ງແຕ່ງເຣຶ່ອງກໍາເນີດຂອງ ຄົນ (ຂ້າ) ຊາດລາວເທິງ ແລະ ຄົນລາວ ວ່າເກີດ ມາຈາກ ຫມາກນໍ້າເຕົ້ານໍາກັນແຕ່ພວກລາວເທິງເກີດກ່ອນ ແລະ ເກີດຈາກຫນ່ວຍກົກ ພວກລາວເທິງຈຶ່ງເປັນ ອ້າຍຂອງຄົນລາວ. ທໍາມະດາອ້າຍບໍ່ຫ່ອນຂົ່ມເຫັງນ້ອງ ດັ່ງນັ້ນພວກລາວເທິງຈຶ່ງໄດ້ປະຕິບັດຕໍ່ຄົນ ລາວໃນສະຖານອ້າຍປະຕິບັດຕໍ່ນ້ອງ. ທໍານຽມນີ້ຍັງຖືກັນມາຈົນເຖິງປະຈຸບັນ.
ຂ. ໃນເຣື່ອງທີ່ຄົນລາວເກີດມາຈາກຫມາກນໍ້າເຕົ້າ (ຫມາກລາວຸ) ນັ້ນ ເຫັນວ່າອາຈານຜູ້ ແຕ່ງນິທານຂຸນບູຣົມຄົງຈະຍັງບໍ່ທັນໄດ້ສືບສາວກົກເຄົ້າເຫງົ້າມູນຄັກແນ່ວ່າຄົນລາວມາຈາກໃສ ແລະ ດ້ວຍເຫດໃດຈຶ່ງຮຽກວ່າ ລາວແຕ່ເພິ່ນເປັນນັກບວດເພິ່ນຮູ້ພາສາບາລີ ເມື່ອເຫັນຄໍາວ່າ ລາວຸ ມີສໍານຽງໃກ້ກັນກັບຄໍາວ່າ ລາວ ກໍ່ຈຶ່ງແຕ່ງໃສ່ວ່າຄົນພວກນີ້ຕັ້ງເດີມເກີດມາຈາກຫມາກນໍ້າເຕົ້າ ແລະ ຄໍາທີ່ວ່າ ຫມາກນໍ້າເຕົ້າໃຫຍ່ສອງຫນ່ວຍ ນັ້ນເພິ່ນຄົງຫມາຍເອົາເຕົ້ານົມຂອງແມ່ສອງເຕົ້າ ນັ້ນເອງ. ໂດຍອະທິບາຍວ່າຄົນທຸກຊາດເກີດມາຕອ້ງອາສັຍຕົ້ນນົມທັງສອງນັ້ນຈຶ່ງໃຫຍ່ ຄົງບໍ່ ຫມາຍເອົາຫມາກນໍ້າເຕົ້າແທ້ໆນັ້ນເປັນແນ່.
໒. ມີຫນັງສືເຣື່ອງຊາດໄທເດີມຂອງສາສດຣາຈານພະຍາອະນຸມານ ຣາຊທົນ ນາຍົກ (ປະທານ) ຂອງຣາຊບັນດິດສະພາແຫ່ງປະເທດໄທ ກ່າວໄວ້ວ່າຄົນຊາດໄທນີ້ແຕ່ກ່ອນຮຽກວ່າ ຊາດອ້າຍລາວ ແລະ ເຫດທີ່ຈະຮຽກວ່າລາວນັ້ນມີເຣື່ອງກ່າວໄວ້ດັ່ງນີ້.
ແຕ່ກ່ອນມີຄົນຈຸ້ມຫນຶ່ງຕັ້ງຖິ່ນຖານຢູ່ແຄມແມ່ນໍ້າຂອງໃນບໍຣິເວນພູເຂົາອັນເປັນເຂດເມືອງ ເສສວນຂອງຈີນທຸກວັນນີ້. ໃນຄົນຈຸ້ມນັ້ນມີຍິງຄົນຫນຶ່ງຊື່ນາງຊາເຢັດ. ນາງມີລູກຊາຍຢູ່ 9 ຄົນ ເວລານາງຈະຕັ້ງທ້ອງມີລູກແຕ່ລະຄົນນັ້ນນາງໄດ້ໄປສ້ອນ ປາໃນແມ່ນໍ້າຂອງ ຂະນະທີ່ສ້ອນປາ ຢູ່ນັ້ນ ເຫມືອນດັ່ງວ່າມີຂອນໄມ້ເປັນເກັດຊາໆມາຮະຂານາງ. ຕໍ່ມາຫລັງຈາກລູກຊາຍຜູ້ທີ 9 ທີ່ເກີດໃຫມ່ໃຫຍ່ພໍແລ່ນຫັນນາງກໍ່ໄປສ້ອນປາບ່ອນເກົ່າທີ່ນໍ້າຂອງອີກ. ຂະນະນັ້ນເກີດມືດຟ້າມົວຝົນແລ້ວ ກໍ່ມີມັງກອນ (ນາກ) ຕົວຫນຶ່ງລອຍລົງມາຈາກອາກາດ ແລະ ຮ້ອງຖາມນາງວ່າ ລູກເຮົາຢຸ່ໃສ? ນາງ
ຊ້າເຢັດມີຄວາມຕົກໃຈຮ້ອງຂຶ້ນໄດ້ຄໍາດຽວວ່າ ເກົ້າຫລົ້ງ ແລ້ວກໍ່ແລ່ນຫນີໄປພ້ອມກັບລູກ ຊາຍຄົນອື່ນຜູ້ເປັນອ້າຍ. ສ່ວນທ້າວນ້ອຍຜູ້ນ້ອງຫລ້ານັ້ນ ແລ່ນຫນີບໍ່ທັນມັງກອນຈຶ່ງລົງມາແລບລິ້ນ ເລຍຫລັງຊາຍນ້ອຍຄົນນັ້ນແລ້ວກໍ່ຫນີໄປ. ຕໍ່ມາເມື່ອຊາຍທັງ 9 ໃຫຍ່ຂຶ້ນ ແລະ ມີຄອບຄົວນ້ອງຊາຍ ຄົນທີ 9 ນັ້ນປະກົດວ່າມີປັນຍາສະຫລາດຫລັກແຫລມກວ່າຫມູ່. ຄົນທັງຫລາຍຈຶ່ງພ້ອມກັນຍົກຂຶ້ນ ເປັນຫົວຫນ້າປົກຄອງຈຸ້ມເຈື້ອເຊຶ້ອສາຍຕໍ່ມາ. ຊາຍທັງເກົ້ານັ້ນເອງໄດ້ເປັນກົກເຄົ້າເຫງົ້າກໍຂອງຊາດ ລາວ ຈຶ່ງຮຽກວ່າ ຊາດອ້າຍລາວ ແປວ່າລາວເດີມ. ຕາມນິທານກ່າວມາສັ້ນໆນີ້ເຮົາຍັງບໍ່ເຫັນຄໍາ ວ່າລາວ ໃກ້ຄຽງກັນກັບນິທານທີ່ກ່າວມານັ້ນແຕ່ຢ່າງໃດ. ແຕ່ເຖິງຢ່າງໃດນັ້ນກໍມີຊ່ອງທາງພໍຈະວິ ຈານໄດ້ດັ່ງຕໍ່ໄປນີ້:
ກ. ໃນພົງສາວະດານຈີນ ພວກຈີນສະໄຫມນັ້ນ ຮຽກພວກອ້າຍນ້ອງທັງເກົ້າຕະກຸນນັ້ນວ່າ ພວກລີ່ ແລະ ຮຽກປະເທດບ່ອນຢູ່ຂອງພວກລີ່ນີ້ວ່າ ຈົກ.ພວກລີ່ຊາວເມືອງຈົກນີ້ເຄີຍທໍາສົງຄາມກັບ ຈີນເປັນສົງຄາມໃຫຍ່ໃນລະຫວ່າງສະໄຫມກ່ອນພຸດທະສັກກະຣາດ 2598.
ຂ. ໃນຫນັງສືພົງສາວະດານໂຍນົກກ່າວເຖິງເຣື່ອງພຣະເຈົ້າອະນຸຣຸດ ແຫ່ງປະເທດພະມ້າ ຕັ້ງຈຸລະສັກກະຣາດ ພຣະອົງໄດ້ເຊີນບັນດາກະສັດທັງຫລາຍທີ່ເປັນເຈົ້າຂອງປະເທດຕ່າງໆໃນອີນ ດູຈີນນີ້ໄປປະຊຸມ.ແຕ່ວ່າປະເທດໂຍນົກ ນະຄອນຊຽງແສນ ບໍ່ມີກະສັດ ພຣະອີນຈຶ່ງສັ່ງໃຫ້ເທວະ ບຸດຕົນຫນຶ່ງລົງມາເກີດເປັນມະນຸດ ໂດຍ ອຸປະຕິກະກໍາເນີດ ແປວ່າເກີດເປັນໂຕໃຫຍ່ໂລດ ບາດດຽວ. ມະນຸດຄົນນັ້ນຮຽກວ່າປູ່ເຈົ້າລາວຈົກ. ປູ້ເຈົ້າລາວຈົກນີ້ໄດ້ເປັນກະສັດສຽງແສນຕໍ່ມາ.
ເຣື່ອງທີ່ກ່າວມານີ້ເປັນເຣື່ອງເກີດຂຶ້ນໃນປີພຸດທະສັກກະຣາດ 1181 ເຊິ່ງເປັນທີ່ຫ່າງກັນ ກັບເຣື່ອງທີ່ກ່າວໃນຂໍ ກ. ເກືອບ 2000 ປີ. ແຕ່ກໍ່ມີເຣື່ອງທີ່ຄ້າຍຄືກັນຢູ່ບ່ອນວ່າ ປູ່ເຈົ້າລາວຈົກ.
ມີຊື່ຄືກັນກັບຊື່ປະເທດຂອງພວກ ລີ່ (ອ້າຍລາວ) ທີ່ຈີນຮຽກວ່າ ປະເທດຈົກ. ດັ່ງນັ້ນເຣື່ອງທີ່ກ່າວ ວ່າປູ່ເຈົ້າລາວຈົກຜູ້ເປັນຕົ້ນວົງກະສັດຊຽງແສນເປັນອຸປະຕິກໍາເນີດນັ້ນຄົງແມ່ນເຈົ້າລາວອົງຫນຶ່ງມາ ຈາກປະເທດຈົກ ຫລື ເມືອງຈົກທີ່ໄດ້ມາເປັນໃຫຍ່ຂຶ້ນໃນແຄວ້ນໂຍນົກຄືນະຄອນຊຽງແສນໃນປີ ພຣະເຈົ້າແຜ່ນດິນພະມ້າຕັ້ງຈຸລະສັກກະຣາດນັ້ນກໍ່ອາດຈະເປັນໄດ້.
ຄ. ໃນພົງສາວະດານຈີນໄດ້ກ່າວໄວ້ອີກວ່າ ຖິ່ນຖານຕັ້ງເດີມຂອງຄົນລາວນັ້ນແມ່ນ ບໍຣິເວນພູອ້າຍລາວ ທີ່ຢູ່ໃນເຂດເມືອງ ເສສວນ ຂອງຈີນທຸກວັນນີ້. ສ່ວນແມ່ນໍ້າຂອງ ບ່ອນ ພວກ ອ້າຍລາວຕັ້ງຖິ່ນຖານຢູ່ນັ້ນຊາວຈີນຮຽກວ່າ ເກົ້າຫລົ້ງ. ຕໍ່ມາສຽງພ້ຽນໄປເປັນກິວລຸງ ຫລື ກິວລຸງ ກຽງ ທີ່ຈິງຄໍາວ່າ ເກົ້າຫລົງ ກັບ ກິວລຸງ ກໍ່ແມ່ນຄໍາດຽວກັນ ອັນແປວ່າມັງກອນທັງ 9 ຫລື ນາກ ຄືຊາຍເກົ້າ ຄົນນັ້ນເອງ. ພົງສາວະດານຈີນຍັງໄດ້ກ່າວອີກວ່າ ເນື່ອງຈາກຄົນຊາດລາວມີສະກຸນ ສືບມາຈາກມັງກອນຄືນາກ. ພວກອ້າຍລາວຈຶ່ງນັບຖືນາກ ແລະ ມັກສັກຮູບນາກກ້ຽວແຂນ (ຄົນຈີນທາງເມືອງເສສວນມັກສັກຮູບມັງກອນກ້ຽວແຂນເຫັນຈະເນື່ອງມາຈາກຂໍ້ນີ້)
ງ. ເມື່ອພວກລາວເຮົາອົບພະຍົບລົງມາຢູ່ທາງເມືອງແຖນ ຄືແຂວງສິບສອງປັນນາ ແລະ ສິບ ສອງຈຸໄທ ໃນສະໄຫມຂຸນລໍ ຕົ້ນຕະກຸນກະສັດລາວນັ້ນຊາວຈີນກໍ່ຮຽກເມືອງແຖນວ່າ ເກົ້າຫລົງ ແລະ ຮຽກແມ່ນໍ້າຂອງບ່ອນຊື່ເມືອງຊຽງຮຸ່ງໃນແຂວງສິບສອງປັນນານັ້ນວ່າ ກິວລົງກຽງ ຄືກັນ.
ຈ. ໃນຫນັງສືເຣື່ອງ ທ້າວຮຸ່ງ ຫລື ທ້າວເຈືອງ ກໍ່ເອີ້ນຊື່ເມືອງຂອງແຖນລໍ (ຂຸນລໍນັ້ນເອງ) ວ່າເມືອງກາຫລົງ ພ້ຽນມາຈາກເກົ້າຫລົ້ງນັ້ນເອງ ດັ່ງມີກ່າວໄວ້ໃນຕອນແຖນລໍລົງມາມາຕີເມືອງ ຕຸມວາ (ເມືອງໃດບໍ່ຮູ້) ທີ່ຢູ່ໃກ້ເຂດແດນຂອງເມືອງປະກັນ (ແຂວງຊຽງຂວາງ) ວ່າ
ພຣະບາດທ້າວ……ລ້ານໂລກແຖນລໍ
ທັນຢໍາກິນກາຫລົງ…..ຢູ່ກະເສີນຍູສ້າງ
ທຶກໄທພ້ອມ…..ຂຸນແຖນເລີຍກ່າວ
ວອນພຣະກ້າວ…..ລົງພ້ອມໄຜ່ພັນ…ດັ່ງນີ້.

ສ. ໃນພາສາລາວແທ້ໆ ນາກ ຮຽກວ່າ ລວງ ຄໍາວ່ານາກນັ້ນແມ່ນພາສາບາລີ ແລະ ຄໍາວ່າ ນາກ ມັງກອນ ລວງ ທັງສາມຄໍານີ້ຫມາຍເອົາສັດໂຕດຽວກັນຄື ນະຄະ ເປັນພາສາບາລີ ມັງກອນ
ເປັນພາສາສັນສະກຣິດ ລວງເປັນພາສາລາວດັ່ງກ່າວໄວ້ໃນຫນັງສືຄໍາກອນເຣືອງສັງສິນໄຊວ່າ:
ເປັນດັ່ງສາຄອນບ້າ….ນາງລວງລືມເພດ
ເທືອງຫນ່າຍຫນ້າ….ແຫນງຊໍ້າສົ່ງຫນີ.

ຫລືໃນຫນັງສືເຣື່ອງເວສະສັນຕະຣາຊາດົກ ວ່າ:
ແປ້ນອັດຫນ້າພີ່ຈັກແຕ້ມລາວລວງ ດວງປີພີ່ຈັກໃສ່ຊໍ່ຟ້າ…ເປັນຕົ້ນ.

ຕາມເຣື່ອງທີ່ກ່າວມາຫຍໍ້ໆທັງຫມົດນີ້ພໍຈະສະຫລຸບໄດ້ວ່າຄໍາວ່າ ລາວ ນີ້ຄົງຈະພ້ຽນສຽງມາຈາກຄໍາ ທີ່ຄົນຈີນຮຽກຄົນລາວວ່າ ລີ່ ຫລື ພ້ຽນມາຈາກຄໍາວ່າເກົ້າຫລົງທີ່ນາງຊ້າເຢດຮ້ອງຂຶ້ນໃນເວລາຖືກ ລວງຮ້ອງຖາມແລ້ວ ຫລົ້ງກໍ່ປ່ຽນມາເປັນລຸງເພາະຄໍາວ່າລຸງ ກໍ່ເປັນຊື່ຂອງນະຄອນຫລວງ ຂອງລາວສະໄຫມຍັງຢູ່ປະເທດຈີນ ແລະ ທັງຊື່ຂອງແມ່ນໍ້າຂອງທີ່ຮຽກວ່າກິວລຸງກຽງນັ້ນດ້ວຍ. ແລ້ວລຸງກໍ່ປ່ຽນມາເປັນລວງ. ແລ້ວກໍພ້ຽນມາເປັນລາວ. ຂໍ້ສັນນິດຖານທີ່ກ່າວມານີ້ເປັນຂໍ້ສັນນິດ ຖານຂອງຂ້າພະເຈົ້າ. ແຕ່ກໍ່ມີຫລາຍທ່ານແປຄໍາຫມາຍວ່າ ລາວ ຕ່າງຈາກທີ່ກ່າວມາແລ້ວນັ້ນກໍມີ. ເຊັ່ນ:
໑. ທ່ານສາສດຣາຈານ ຄຣິຟຕັນດອນ ນັກສອນສາສນາ ຊາວອະເມຣິກັນ ກ່າວໄວ້ວ່າ ລາວ ແປວ່າໃຫຍ່. ຫມາຍຄວາມວ່າຊາດລາວເປັນຊາດໃຫຍ່ມີຄົນຫລາຍ ແລະ ເປັນຊາດທີ່ມີວັດທະນະທັມ ສູງມີຄວາມຈະເຣີນມາແລ້ວ.
໒. ທ່ານເຈົ້າຄູນ ພຣະທັມມະທິຣາດ ມະຫາມຸນິ ກ່າວໄວ້ໃນຫນັງສືພິມ ໂຍນົກລາຍເດືອນ ວ່າຄໍາ ວ່າລາວ ອາກພ້ຽນມາຈາກຄໍາວ່າ ດາວ ເຊິ່ງຫມາຍຄວາມວ່າ ຟ້າ ຫລື ສູງ ເພາະວ່າແຕ່ກ່ອນ ລາວເຮົາຕັ້ງຖິ່ນຖານຢູ່ໃນຮາບສູງໃນປະເທດຈີນ ແລະ ເປັນຜູ້ມີເຊື້ອສາຍສືບມາຈາກຟ້າຄືພຣະຍາ ແຖນ.
໓. ໃນຫນັງສືທິທານຂຸນບູຣົມ ກ່າວ

ไม่มีความคิดเห็น:

แสดงความคิดเห็น