วันศุกร์ที่ 18 มีนาคม พ.ศ. 2554

ສ ທີ່ແທ້ຈິງ

ສ ທີ່ແທ້ຈິງ
ຄວາມເຂົ້າໃຈໃນເລື່ອງ ສ ຕໍ່ການພັດທະນາຈິດໃຈແລະເສດຖະກິດສັງຄົມ
ສ ສະອາດ ມີຊີວິດການເປັນຢູ່ດ້ວຍສະອາດ ທີ່ຢູ່ອາໄສສະອາດ ການແຕ່ງກາຍສະອາດ ອາຫານການກິນສະອາດ ແລະອິກຫລາຍສະອາດທີ່ຄວນຈະເປັນຕາມຄຸນນະທັມພື້ນຖານຂອງຄວາມເປັນມະນຸດເວົ້າໂດຍລວມແລ້ວສິ່ງເຫລົ່ານີ້ຄືຄວາມສະອາດທີ່ຢູ່ພາຍນອກແຕ່ຄວາມສະອາດໃນລະດັບຂອງການບັນລຸຄຸນນະທັມເບື່ອງສູງຄືຄວາມສະອາດທີ່ມາຈາກຈິຕໃຈນັ້ນຕ້ອງມີຄວາມໂດຍຄວາມບໍລິສຸດພາສາພຣະເອີນວ່າສຸດທິ ຄືຄວາມບໍລິສຸດ ຫຼືຄວາມສະອາດຂອງການປະຕິບັດຫນ້າທີ່ວຽກງານຂອງເຮົາຢ່າງເຊັ່ນ ການບໍ່ສໍລາດບັ້ງຫລວງ , ແລະເຖິງທີ່ສຸດຄືການທຳຫນ້າທີ່ຂອງຕົນດ້ວຍຈິຕວາງ
ສ ສະຫງົບ ຄວາມສະຫງົບໂດຍພື້ນຖານຂອງຄື ຄວາມສະຫງົບພາຍໃນຄອບຄົວ ຄວາມສະຫງົບຂອງບ້ານເມືອງປະເທດຊາດໂຍບໍ່ມີສົງຄາມການ ການຂ້າຟັ້ນກັນ ນີ້ເປັນການເວົ້າໃນລັກສະນະທົ່ວໄປ ແຕ່ເລິກລົງກ່ວານັ້ນອິກຄືຄວາມສະຫງົບມາຈາກພາຍໃນສ່ວນເລິກແຫ່ງຫ້ວງຈິດໃຈ ຫຼືຈະກ່າວອິກລັກສະນະຫນື່ງວ່າ ສະຫງົບຈາກກິເລສ ຕັນຫາ ໂດຍບໍ່ຍຶດຫມັ່ນຖືຫມັ່ນໂດຍປະການທັ້ງປ້ວງ ຕາມພຸດທພາສິດກ່າວວ່າ ນັດທິ ສັນຕິ ປະຣະມັງສຸຂັງ ຄວາມສຸຂອື່ນຍິ່ງກ່ວາຄວາມສະຫງົບຍ່ອມບໍ່ມີ
ສ ສີຂຽວ ຄືລັກສະນະຂອງທັມມະຊາດ ກ່າວໂດຍຄົນທັ້ງຫລາຍເຂົ້າໃຈຄືປ່າໄມ້ຕ່າງໆ ແຕ່ຕາມທັດສະນະຂອງພຸດທສາສໜານັ້ນ ທັມມະຊາດ ກໍ່ຄືຄວາມຫມາຍຂອງທັມມະ ສີ່ ປະການນັ້ນເອງ
ປະການທີ່ຫນື່ງ ທັມມະ ຄື ທັມມະຊາດໂດຍທົ່ວໄປ
ປະການທີ່ສອງ ທັມມະ ຄື ກົດຂອງທັມມະຊາດ ຫຼື ກ່າວງ່າຍໆຄື່ ຄວາມທັມມະດາ
ປະການທີ່ສາມ ທັມມະ ຄື ຫນ້າທີ່ທີ່ເຮົາຈະຕ້ອງປະຕິບັດ
ປະການທີ່ສີ ທັມມະ ຄື ສິ່ງທີ່ຄວນຮູ້ ຄວນປະຕິບັດ ແລະຮັບເອົາຜົລຂອງການປະຕິບັດ
ສ ສະຫວ່າງ ຄວາມສະຫວ່າງຕ້ອງທາງໂລກນັ້ນຄືມີໄຟຟ້າໃຊ້ ຫຼືບໍ່ມືດມົ່ວ ແຕ່ສະຫວ່າງທັມະຂອງພຣະພຸດທະເຈົ້າຄືສະຫວ່າງດ້ວຍປັນຍາ ແມ້ຈະຢູ່ໃນຄວາມມືດກໍ່ສະຫວ່າງ ນີ້ຄືຄວາມສະຫວ່າງຂອງນັກປຣາດ ເພາະສະນັ້ນຈຶ່ງສາມາດເວົ້າໄດ້ວ່າ ປັນຍາ ໂລກກັສມິງ ປະໂຊໂຕ ປັນຍາເປັນແສງສະຫວ່າງຂອງໂລກ
ຕິດຕາມອິກສອງ ສ

ไม่มีความคิดเห็น:

แสดงความคิดเห็น