วันพฤหัสบดีที่ 17 มีนาคม พ.ศ. 2554

ກາລາມະສູຕຣ

1. ມາ ອະນຸສສະເວນະ ຢ່າຟ້າວເຊື່ອ ພຽງເພາະວ່າໄດ້ຍິນ, ໄດ້ຟັງຕາມ ໆ ກັນມາ
2. ມາ ປຣັມປຣາຍະ ຢ່າຟ້າວເຊື່ອ ພຽງເພາະວ່າເປັນໄປຕາມການເຮັດສືບທອດກັນມາ
3. ມາ ອິຕິກິຣາຍະ ຢ່າຟ້າວເຊື່ອ ພຽງເພາະວ່າເປັນສິ່ງເລົ່າຂານລືກັນມາ
4. ມາ ປິດະກະສັມປະທາເນນະ ຢ່າຟ້າວເຊື່ອ ພຽງເພາະວ່າອ້າງຕຳຣາ ຫລື ຄຳພີ
5. ມາ ຕັກກະເຫຕຸ ຢ່າຟ້າວເຊື່ອ ພຽງເພາະວ່າມີຕັກກະ, ນຶກເອົາ
6. ມາ ນະຍະເຫຕຸ ຢ່າຟ້າວເຊື່ອ ພຽງເພາະວ່າຄາດຄະເນ/ອະນຸມານ ຫລື ມີນັຍຍະທຽບຄຽງກັນໄດ້
7. ມາ ອາກາຣະປະຣິວິຕັກເກນະ ຢ່າຟ້າວເຊື່ອ ພຽງເພາະວ່າຄິດໄປຕາມອາການທີ່ໄດ້ເຫັນ
8. ມາ ທິຖຖິນິຊນານັກຂັນຕິຍະ ຢ່າຟ້າວເຊື່ອ ພຽງເພາະວ່າເຂົ້າກັນໄດ້ກັບທິສດີທີ່ພິນິຈໄວ້ແລ້ວ
9. ມາ ພັພພະຣູປະຕາຍະ ຢ່າຟ້າວເຊື່ອ ພຽງເພາະວ່າມີຮູບລັກເປັນໜ້າເຊື່ອຖືໄດ້
10. ມາ ສະມະໂນ ໂນຄະຣູຕິ ຢ່າຟ້າວເຊື່ອ ພຽງເພາະວ່າຜູ້ເວົ້າເປັນສະມະນະ ຫລື ຄຣູອາຈາຣຍ໌
ເມື່ອໃດທ່ານທັງຫລາຍຮູ້ດ້ວຍຕົນເອງວ່າ
1. ທັມເຫລົ່ານີ້ ເປັນກຸສົລ,
2. ທັມເຫລົ່ານີ້ ບໍ່ມີໂທດ,
3. ທັມເຫລົ່ານີ້ ທ່ານຜູ້ຮູ້ສັນຣະເສີນ,
4. ທັມເຫລົ່ານີ້ ໃຜສະມາທານໃຫ້ບໍຣິບູນແລ້ວ ເປັນໄປເພື່ອປະໂຍດເກື້ອກູນ ເພື່ອຄວາມສຸກ,
ເມື່ອນັ້ນ ທ່ານທັງຫລາຍຄວນເຂົ້າເຖິງທັມເຫລົ່ານັ້ນແລ້ວຈິງເຊື່ອ.

ພຣະຄຸນຂອງແມ່ຄືສັນຕິພາບຂອງໂລກ

ພຸດທະທາສ ພິກຂຸ
ທ່ານສາທຸຊົນຜູ້ມີຄວາມສົນໃຈໃນທັມທັ້ງຫລາຍ
ການບັນຍາຍປະຈຳວັນເສົາແຫ່ງວັນນີ້ ຂໍປຽ່ນແປງຈາກທີ່ເຄີຍບັນຍາຍຕາມລຳດັບ ຄືບັນຍາຍເລື່ອງເລິກອາຍຸໃຫ້ຄົບຊຸດ ແຕ່ພໍມາເຖິງວັນເສົາວັນນີ້ ບັງເອິນຕົງກັບວັນແມ່ ກໍ່ມີຄວາມຄິດວ່າ ຄວນຈະພູດເລື່ອງວັນແມ່ເພາະປີຫນື່ງຈະມີວັນດ່ຽວແລ້ວກໍ່ມີບ້າງທ່ານຂໍຮ້ອງວ່າຄວນຈະບັນຍາຍເລື່ອງກ່ຽວກັບວັນແມ່ ອາຕະມາກໍ່ເລີຍປ່ຽນຄວາມຄິດວ່າ ບັນຍາຍວັນແມ່ເວັ້ນການບັນຍາຍເລື່ອງເລິກອາຍຸໄວ້ຈັກເສົາຫນື່ງກ່ອນ ຖ້າມີການບັນຍາຍອິກກໍ່ຈະບັນຍາຍຕໍ່ ກ່ວາຈະຄົບສົມບູນ ກ່ຽວກັບການເລິກອາຍຸນັ້ນ.
ພຣະຄຸນຂອງແມ່ຄືສັນຕິພາບຂອງໂລກ ຂໍໃຫ້ທ່ານທັ້ງຫລາຍພະຍາຍາມທຳຄວາມເຂົ້າໃຈກ່ຽວກັບຄຳວ່າແມ່ ວ່າລູກ ວ່າພຣະຄຸນຂອງແມ່ ແລ້ວກໍ່ຈະເປັນສັນຕິພາບຂອງໂລກໄດ້ແນວໃດ
ສິ່ງແຮກທີ່ຈະຕ້ອງທຳຄວາມເຂົ້າໃຈກັນກ່ອນຄືຄຳວ່າ “ແມ່”
ແມ່ ຄື ມາຣດາຂອງໂລກຄຳດ່ຽວວ່າແມ່ແຕ່ຄວາມໝາຍຂອງມັນຄອບຈັກກະວາລ ຄືເປັນມາຣດາຂອງໂລກ ເປັນມາຣດາຂອງຈັກກະວາລ ຖ້າບໍ່ມີແມ່ສິ່ງເຫລົ່ານີ້ກໍ່ບໍ່ເກິດຂື້ນ ແມ່ສ້າງໂລກທະຍອຍກັນມາໃນລັກສະນະຂອງລູກສ້່າງລູກ ລູກສ້າງລູກ ຄືແມ່ສ້າງໂລກຢ່າງບໍ່ມີທີ່ສິ້ນສຸດ
ຄຳວ່າ ແມ່ ຫຼື ຄຳວ່າ ພໍ່ ພາສາລາວເຮົາຫຼືພາສາທີ່ຄ້າຍກັນກໍ່ມີກັນຫລາຍພາສາ ເອິນແມ່ ດ້ວຍອັກສອນໂຕ “ມະ” ແລະ ເອິນ “ພໍ່” ດ້ວຍອັກສອນໂຕ “ປະ” ແມ້ພາສາອິນເດຍກໍ່ເອິນແມ່ວ່າ “ມາຕາ” ເອິນພໍ່ວ່າ “ປິຕາ” ຄື “ມະ” ກັບ “ປະ” ຄືກັນ “ມະ” ກັບ “ປະ” ນີ້ແຫລະ ວິເສດທີ່ສຸດເປັນ ຄຳເວົ້າທີ່ເລັ່ງເຫັນພໍ່ແມ່ ຫລາຍປະເທດ ຄື ຫລາຍຊາດ ຫລາຍພາສາ ຫລາຍເຊື້ອຊາດ ເອິນວ່າແທບຈະທັ້ງຫມົດເອເຊັຍກໍ່ວ່າໄດ້.
ແມ່ມີຄວາມໝາຍຕໍ່ລູກຫລາຍກ່ວາພໍ່
ຄຳວ່າ “ມາຣດາບິດາ” ນີ້ເປັນ ຄຳທີ່ຕ້ອງສົນໃຈໃນຄວາມໝາຍເປັນຫຍັງຈິງວ່າ “ມາຕາ” ກ່ອນ “ປິຕາ” ຄື “ແມ່ແລະພໍ່” ຫາກໍ່ປ່ຽນເປັນ “ພໍ່ແລະແມ່” ເມື່ອ ເມື່ອມີສະຣະໃນພາສາລາວ ຄຳວ່າ “ແມ່” ເປັນ ຄຳມາກ່ອນຄຳວ່າ “ພໍ່” ເບິ່ງເອົາເອງຕາມຄວາມຮູ້ສຶກຂອງເດັກ ຫຼື ເຫດການທີ່ກ່ຽວກັບເດັກ ເດັກກ່ຽວຂ້ອງກັບແມ່ຫລາຍຈົນຮູ້ຈັກເອິນ ”ແມ່” ກ່ອນເອິນ “ພໍ່” ແລະ ກໍ່ງ່າຍສຳຫລັບປາກທີ່ເວົ້າວ່າ”ແມ່” ງ່າຍກ່ວາທີ່ຈະເອິນ”ພໍ່” ທັ້ງລູກຄົນແລະລູກສັຕວ໌ຢູ່ກັບແມ່ມາຕັ້ງແຕ່ແຮກຫລາຍກ່ວາຢູ່ກັບພໍ່ ສັຕວ໌ໃນບ້ານເຮືອນກໍ່ຄືກັນ ມັນຢູ່ກັບແມ່ຫລາຍກ່ວາ ສັຕວ໌ໃນປ່າເປັນຝູ່ງເປັນຫມູ່ຢູ່ໃນປ່າ ລູກມັນກໍ່ຢູ່ກັບແມ່ ບໍ່ຄ່ອຍໄດ້ຢູ່ກັບພໍ່ ສັຕວ໌ໃນນ້ຳ ສັຕວ໌ໃນອາກາດ ລູກມັນກໍ່ຢູ່ກັບແມ່ ໂດຍສະເພາະປາເປັນຝູງໆລູກປາຢູ່ກັບແມ່ທັ້ງນັ້ນ ຄຳວ່າແມ່ຈິງມີຄວາມໝາຍໃນລູກສັຕວ໌ຫລາຍຢ່າງນີ້ ຈະເປັນເພາະເຫດນີ້ແຫລະ ຄຳວ່າແມ່ແລະພໍ່ຈຶ່ງໄດ້ເກິດຂື້ນແທນຄຳວ່າພໍ່ແມ່ ຄືຄຳວ່າ “ມາຕາປິຕາ” ໃນພາສາບາລີ
ຍັງມີແນວທີ່ແປກ ທີ່ນ່າສັງເກດອິກຢ່າງຫນື່ງຄື ຄຳວ່າພໍໍ່ກາຍເປັນໂຕເມຍໄປສາກໍ່ມີ ຄື ພໍ່ກາຍເປັນແມ່ສາກໍ່ມີເຊັ່ນວ່າ ພໍ່ຝູງ ຝູງຊ້າງ ຝູງຄວາຍ ທີ່ເປັນພໍ່ຝູງກາຍເປັນໂຕແມ່ແກ່ໆເປັນພໍ່ຝູງ ນີ້ຄຳວ່າພໍ່ກາຍເປັນແມ່ ເພາະຄວາມໝາຍຂອງຄຳວ່າ ແມ່ສຳຄັນກ່ວາ ຝູງແບ້ ຝູງແກະ ໂຕທີ່ເປັນພໍ່ຝູງເປັນໂຕແມ່ແກ່ໆທັ້ງນັ້ນອິດທິຜົນຂອງຄຳວ່າ “ແມ່” ມີຫລາຍເຖິງຂະນາດນີ້
ຝູງຊ້າງ ຝູງຄວາຍ ຝຸງສັຕວ໌ປ່າທີ່ຢູ່ເປັນຝູງໆ ພໍເກິດອັນຕະລາຍຂື້ນມາ ໃຜຈະຊ່ວຍລູກອ່ອນ ພໍລູກເກິດພັດພາກຈາກຝູງ ໃຜຈະມາຢູ່ກັບລູກ ກໍ່ໂຕແມ່ທັ້ງນັ້ນ ບໍ່ແມ່ນໂຕພໍ່ເລີຍ ຄວາມສຳພັນລະຫວ່າງແມ່ກັບລູກມີຫລາຍກ່ວາລະຫວ່າງພໍ່ກັບລູກ ຖ້າເກິດອັນຕະລາຍໂຕທີ່ຈະຕໍ່ສູ້ເພື່ອໃຫ້ລູກລອດນັ້ນໄດ້ແກ່ແມ່ ອາຕມາເຫັນແມ່ໄກ່ ຫຍຽ່ວມັນຈະມາເອົາລູກ ແມ່ມັນຕໍ່ສູ້ບໍ່ຄິດຕາຍ ພໍ່ບໍ່ຮູ້ຢູ່ໃສ່ ຈະມາເບິ່ງຈັກນ້ອຍກະບໍ່ຄ່ອຍເຫັນຈະມີ ແຕ່ແມ່ນີ້ຍ່ອມອຸທິດຊີວິດຕໍ່ສູ້ກັບຫຍ່ຽວເພື່ອໃຫ້ລູກລອດຊີວິດ ແມ່ຕໍ່ສູ້ໃຫ້ລູກລອດຊີວິດຈົນແມ່ບໍ່ຄິດວ່າຕົວຈະຕາຍ ສັຕວ໌ໃນປ່າກໍ່ຄືກັນ ເມື່ອເກິດອັນຕະລາຍແກ່ລູກ ຜູ້ທີ່ຈະຊ່ວຍລູກຢ່າງບໍ່ຄິດເຖິງຊີວິດກໍ່ຄືແມ່ ເບິ່ງຄວາມໝາຍຂອງແມ່ໃຫ້ດີໆ
ທີ່ນີ້ລູກເຕີບໂຕຂື້ນມາດ້ວຍສິ່ງໃດ ມັນເຕີບໂຕດ້ວຍເລືອດໃນເອິກຂອງແມ່ ນ້ຳນົມຄືເລືອດໃນເອິກຂອງແມ່ ຄືໃນເອິກຂອງແມ່ແປຣສະພາບເປັນນ້ຳນົມລ້ຽງລູກມາຈົນເຕີບໃຫຍ່ ລູກເຕີບໃຫຍ່ດ້ວຍເລືອດໃນເອິກຂອງແມ່ແທ້ໆ ແມ່ໄດ້ຮັບຄວາມເຈັບປວດຫລາຍໃນການຄອດລູກ ໃນການລ້ຽງລູກ ຕ່າງໆ ນ່າໆເຫລົ່ານີ້ ອິດເຫມື່ອຍເຈັບປວດຫລາຍກ່ວາພໍ່ຈະເປັນເພາະເຫດນີ້ ໃນຄຳບາລີຈິງເອົາຄຳວ່າແມ່ໄວ້ກ່ອນຄຳວ່າພໍ່ ມີຄວາມໝາຍສຳຄັນເປັນທີ່ຮູ້ຈັກກັນມາແມ້ໃນພວກນັກເລງຜະສົມໄກ່ຕີ່ ຜະສົມປາກັດ ຖ້າເຂົາຈະເລືອກເອົາພັນ(ແນ່ວ)ດີໆ ເຂົາເລືອກແມ່ພໍ່ບໍ່ຄ່ອຍຈະສົນໃຈ ຖ້າແມ່ພັນ(ແນ່ວ)ດີລູກທີ່ອອກມາຈະເປັນສັຕວ໌ທີ່ດີຕາມທີ່ຕ້ອງການ ປາກັດກໍ່ດີ ໄກ່ກໍ່ດີ ຫຼືສັຕວ໌ຊະນິດໃດຊະນິດດ່ຽວກັນນັ້ນ ເຂົາເລືອກພັນ(ແນ່ວ)ແມ່ເປັນຝ່າຍສຳຄັນຫລາກກ່ວາຝ່າຍພັນ(ແນ່ວ)ພໍ່
ລູກຢູ່ກັບແມ່ດົນນານ ກ່ວາຈະແຍກຈາກກັນນີ້ດົນນານ ພໍ່ນີ້ແຍກກັນເມື່ອໃດ ໄວ້ເກິນໄປ ລູກກິນນົມແມ່ ນອນກັບແມ່ ຢູ່ກັບແມ່ ຈິງຖ່າຍທອດຫລາຍໆສິ່ງທີ່ມີຄຸນຄ່າຈາກແມ່ຫລາກກ່ວາພໍ່ ນີ້ກ່າວຕາມທຳມະດາ ຖ້າແມ່ບໍ່ຕາຍສາ ເວັ້ນແຕ່ແມ່ຊິງຕາຍສາກ່ອນກໍ່ເປັນຢ່າງອື່ນຕາມປົກກະຕິແລ້ວມັນຖ່າຍທອດຈາກແມ່ຫລາຍກ່ວາ ລູກມີຄວາມສຳພັນກັບແມ່ຫລາຍຈົນບໍ່ຮູ້ຈະໃຊ້ຄຳໃດຖູກຕ້ອງ ຈະໃຊ້ຄຳວ່າ “ລູກຂອງແມ່” ຫຼື “ແມ່ຂອງລູກ” ລອງຄຶດເບິ່ງເວົ້າ ລຳບາກ ເວົ້າວ່າແມ່ຂອງລູກກໍ່ຖູກ ເວົ້າວ່າລູກຂອງແມ່ກໍ່ຖູກ ແຕ່ບໍ່ຮູ້ຄຳໄດ້ຈະມີຄວາມໝາຍຫລາຍກ່ວາກັນ ນີ້ເບິ່ງຄວາມສຳພັນກັບແມ່ ຫຼືລະຫວ່່າງແມ່ກັບລູກ ລູກຈຶ່ງຄວນຮັບຮູ້ ຫຼືຄວາມຮູ້ກັນໄວ້ໃຫ້ຖູກຕ້ອງວ່າແມ່ນັ້ນຄືສິ່ງໃດ
ເພດແມ່ຄືມາຣດາຂອງໂລກ
ດ່ຽວນີ້ເຮົາເວົ້າກວ້າງໃກກັນໄປອິກທາງຫນື່ງວ່າ ແມ່ນັ້ນບໍ່ແມ່ນແມ່ຂອງລູກ ແຕ່ເປັນແມ່ຂອງໂລກ ແມ່ຂອງລູກມັນນ້ອຍໄປ ມັນບໍ່ຫລາຍ ພຣະຄຸນ່ຂອງແມ່ໃຫຍ່ກວານັ້ນ ກ້ວາງກ່ວານັ້ນອອກໄປ ຈຶ່ງເວົ້າໄດ້ວ່າແມ່ຂອງໂລກ ເປັນມາຣດາຂອງໂລກ ເພດແມ່ຫຼືຄວາມເປັນແມ່ຄືຄວາມເປັນມາຣດາຂອງໂລກທັ້ງໝົດ ເຮົາໃຊ້ຄຳວ່າຈັກກະວາລກໍ່ໄດ້ ເວັ້ນໄວ້ແຕ່ພວກທີ່ມັນບໍ່ຕ້ອງເກິດຈາກແມ່ ໃນບັນດາສັຕວ໌ທີ່ຕ້ອງເກິດຈາກແມ່ຮວມຢູ່ທີ່ແມ່ ແມ່ເປັນມາຣດາຂອງສັຕວ໌ເຫລົ່ານັ້ນທຸກຊະນິດ ເທົ່ານີ້ພໍຫຼືຫຍັງທີ່ຈະເຫັນວ່າແມ່ສຳຄັນຢ່າງໃດ ພໍ່ສຳຄັນຢ່າງໃດ ແລ້ວເປັນຍັງຈຶ່ງເກິດລູກເນລະຄຸນລະ ບໍ່ຮູ້ຈັກຄຸນພໍ່ແມ່ ທັ້ງທີ່ຄວາມຈິງ ພໍ່ແມ່ກັບລູກມັນເປັນແບບນີ້
ສາສນະທຳມະຊາດມຸ່ງໃຫ້ເຄົາລົບພໍ່ແມ່
ທີ່ນີ້ກໍ່ຢາກຈະໃຫ້ຂໍ້ສັງເກດວ່າ ໃນສາສນາຫຼືວັດທະນະທຳທີ່ເຖິງຂັ້ນສາສນາ ມັນມີສ່ວນຫນື່ງທີ່ດ່ຽວທີ່ໃຫ້ຮູ້ຄຸນຂອງພໍ່ແມ່ຍົກເອົາຄຸນຂອງພໍ່ແມ່ມາເປັນຫລັກສອນກັນຢ່າງຍິ່ງ ໂດຍສະເພາະ ຄົນຈິນສອນລັດທິໃຫ້ເຄົາລົບພໍ່ແມ່ມາແຕ່ອ້ອນແຕ່ອອກ ແລະສອນຢ່າງຍິ່ງ ເປັນສາສນາຂອງທຳມະຊາດ ພໍ່ແມ່ມີບຸນຄຸນຢ່າງທຳມະຊາດກໍ່ມີສາສນາຢ່າງທຳມະຊາດສອນໃຫ້ເຄົາລົບພໍ່ແມ່ ບໍ່ຮູ້ວ່າໃຜເປັນສາສດາສອນໃຫ້ເຄົາລົບພໍ່ແມ່ສູງສຸດໃນປະເທດຈິນເທົ່າທີ່ຮູ້ມາເປັນຢ່າງນັ້ນ
ທີ່ນີ້ໃນປະເທດອິນເດຍມີສິ່ງທີ່ນ່າສົນໃຈຫຼືນ່າຈະຫົວກໍ່ສຸດແທ້ຫລາຍໄປກ່ວານັ້ນຄືໃຫ້ຄົນເຄົາລົບສັນຍະລັກຂອງພໍ່ແມ່ ບູຊາກຣາບໄຫວ້ສັນຍະລັກຂອງພໍ່ແມ່ ດ້ວຍເຈຕນາອັນບໍລິສຸດດ້ວຍເຈຕນາດີ ແຕ່ຄົນບໍ່ເຂົ້າໃຈຫຼືເຂົໃຈຜິດໆໄປສາກໍ່ມີ ຄືເຂົາສ້າງສັນຍະລັກຂອງພໍ່ຂື້ນມາເອິນວ່າ ສິວະລຶງຄ໌ ສ້າງສັນຍະລັກຂອງແມ່ຂື້ນມາເອິນວ່າ ອຸມາໂຍນິ ຫຼືອຸມາໂຍນີ ທີ່ປາກົດຢູ່ຕາມທີ່ບູຊາທົ່ວໆໄປ ທີ່ໃນອິນເດຍທີ່ອາຕມາເຄີຍໄປເຫັນຄິວລິງຄ໌ ເປັນສັນຍະລັກເໝືອນກັບເສົາຫົວກ້ຽງໆ ບໍ່ໄດ້ແກະເໝືອນຮູບອົງຄ໌ຊາຕໂດຍສະເພາະແຕ່ພໍເບິ່ງອອກໝາຍເຖິງສິ່ງໃດ ອຸມາໂຍນີ ກໍ່ມີສັນຍະລັກເໝືອນຖານຂອງໂມ່ບົດແປ້ງ ທີ່ຕົງກາງຂອງອຸມາໂຍນີ ແລ້ວກໍ່ຫົດນ້ຳ ຫົດນ້ຳລົງໄປເທິງສິວະລິງຄ໌ ນ້ຳກໍ່ໄຫລ່ລົງມາຕາມຮ່ອງຂ້າງແລ້ວມາຮວມທີ່ບວຍກາຍເປັນນ້ຳມົນຕ໌ ແລ້ວກໍ່ເອົານ້ຳນັ້ນໄປໃຊ້ກັນຢ່າງນ້ຳມົນຕ໌ ເປັນນ້ຳສັກສິດບ້າງແຫ່ງຮເຮັດຮາງຍາວໃກອອກໄປໃຫ້ໄດ້ຮັບນ້ຳມົນຕ໌ກັນໄດ້ຫລາຍໆພ້ອມກັນ
ຄົນໂງ່ຄົງຈະເປັນວ່າບ້າບໍ ເອົາຮູບລິງຄ໌ບຸລຸດແລະສະຕີມາບູຊາ ຢ່າງນີ້ ນັ້ນແຫລະຈຶ່ງເລິກ ຄ່ອຍໆ ເລິກໄປ ແຕ່ມັນເປັນສາສນາສາກົນຂອງທຳມະຊາດ ຜູ້ຮູ້ຄວາມໝາຍອັນສັກສິດແລະບຸນຄຸນຂອງສັນຍະລັກນີ້ວ່າຄືສັນຍະລັກຄິວລິງຄ໌ແລະອຸມາໂຍນີ ໃນສິມເກົ່າໆ ໃນອິນເດຍໃນຝ່າຍທີ່ບໍ່ແມ່ນພຸດກໍ່ເຫັນມີຫລາຍທີ່ຮວມຢູ່ກັບສິມພຸດກໍ່ມີ
ໄດ້ຂ່າວວ່າໃນລັງກາສິມຝ່າຍພຸດແທ້ໆ ກໍ່ມີສິວະລຶງຄ໌ໃຊ້ປະກອບພິທີກັນຢູ່ ຄ້າຍໆກັບວ່າມີກ່ອນພຸດ ມັນຂອງທຳມະຊາດ ຄືລັດທິສາສນາບູຊາພໍ່ແມ່ ລັດທິນີ້ກໍ່ແຜ່ມາເຖິງທີ່ນີ້ ວັດທະນາທຳສິວິໄຊແຜ່ໄປຮອດໃສ່ ການບູຊາສິວະລຶງຄ໌ ອຸມາໂຍນີ້ ກໍ່ແຜ່ໄປເຖິງທີ່ນັ້ນ ເຂົາຂຸດທາງໂບຮານຄະດີທີ່ວັດແກ້ວ ແລ້ວກໍ່ໄປເກັບໄປໄວ້ໃນພິພິຕະພັນກໍ່ໄປເບິ່ງ ມີສິວະລຶງຄ໌ດ້ວຍເໝຶອນກັນ ທັ້ງທີ່ເປັນພຸດ ເປັນຂອງພຸດກໍ່ມີສິວະລຶງຄ໌ຮວມຢູ່ນຳ ສັນນິຖານເອົາວ່າ ສ່ວນທີ່ເປັນພຸດກໍ່ເປັນພຸດ ກໍ່ບູຊາກັນຢ່າງພຸດ ແຕ່ລູກເດັກໆ ຈະຕ້ອງບູຊາສິ່ງສັກສິດໃນຄວາມໝາຍຂອງຄຳວ່າພໍ່ແລະຄຳວ່າແມ່ ສະນັ້ນສິວະລຶງຄ໌ຈຶງມາຮວມຢູ່ໃນສິມດ່ຽວກັບສິມຂອງພຸດ
ທີພຸດທະຄະຍາທີ່ອິນເດຍກໍ່ມີສິວະລຶງຄ໌ວ່າງຢູ່ຫນ້າພຣະພຸດທະຮູບເຊັ່ນກັນ ໄດ້ຍິນວ່າຝ່າຍພຸດເຈຣະຈາຕໍ່ສູ້ກັນຢ່າງຫລ່ວງຫລາຍຂໍໃຫ້ເອົາອອກ ກໍ່ບໍ່ເອົາອອກ ເພາະວ່າກຳມະສິດເປັນຂອງຝ່າຍພວກມະຫັນຕ໌* ດ່ຽວນີ້ຈະເອົາ ຫຼືຍັງບໍ່ໍຮູ້ ບໍ່ໄດ້ຖາມໃຜເບິ່ງ ແຕ່ຄັ້ງຫນື່ງຍັງມີຢູ່ທີ່ບ່ອນນັ້ນ ເອົາອອກບໍ່ໄດ້
ນີ້ຂໍໃຫ້ນຶກເບິ່ງ ເປັນຫຍັງສິວະລຶງຄ໌ ຫຼືສັນຍະລັກລຶງຄ໌ຂອງບຸລຸດຈຶ່ງໄປຢູ່ໃນສິມຂອງພຣະພຸດທະເຈົ້າມັນເປັນສ່ວນຫນື່ງອິກຕ່າງຫາກເປັນສາສນາບູຊາພໍ່ບູຊາແມ່ ບໍ່ແມ່ນເລື່ອງຊົ່ວຮ້າຍໃດໆ ແລ້ວເປັນຫຍັງຈະມາຢູ່ຮ່ວມກັນໄດ້ກັບພຣະພຸດທະຮູບ ພຣະພຸດທະຮູບກໍ່ເປັນເລື່ອງຂອງພຣະພຸດທະສາສນາ ເປັນເລື່ອງສຕິປັນຍາ ເປັນເລື່ອງມັຄ ຜົລ ນິພພານ ໄປເຖິງພຸ້ນ ໄປໃກລິບເລີຍ ແຕ່ສ່ວນງ່າາຍໆ ຕ່ຳໆ ຕື້ນໆ ທີ່ນີ້ຈະເປັນເດັກທີ່ດີ ເປັນເດັກທີ່ມີວັດທະນະທຳ ມີສິ່ງໃດດີ ຍັງບໍ່ອາດຈະຮູ້ ເລື່ອງມັຄ ຜົລ ນິພພານ ກໍ່ຕ້ອງບູຊາພໍ່ແມ່ ບູຊາສິ່ງສັກສິດ ຂອງພໍ່ແມ່ຈຶ່ງມີຮູບປະຕິມາສັນຍະລັກຂອງບຸລຸດແລະສະຕີ ຄື ສິວະລຶງຄ໌ກັບອຸມາໂຍນິ
ຄຳວ່າ ໂຍນິ ຖ້າບໍ່ເຄີຍຮຽນບາລີອາດຈະບໍ່ຮູ້ຄວາມໝາຍວ່າສິ່່ງໃດ ຄຳວ່າໂຍນິ ແປລວ່າ ເຫດ ແປລວ່າຕົ້ນເຫດ ຄື ຮາກເຫງົ້າ ມາໃຊ້ເປັນທັມະ ວ່າໂຍນິໂສ ປະຕິສັງຂາໂຍນິໂສ ພິຈາຣະນາໂດຍໂຍນິຄືໂດຍຕົ້ນເຫດ ທີ່ມາໃຊ້ເປັນຊື່ຂອງສິວະລຶງຄ໌ຂອງສະຕີຈະມີຄວາມໝາຍທີ່ຫລັງ ຄຳວ່າໂຍນິແປລວ່າຕົ້ນເຫດໂຍນິໂສແປລວ່າໂດຍຕົ້ນເຫດ ພິຈາຣະນາໂດຍຕົ້ນເຫດ ກໍ່ຖູກແລ້ວໂຍນິເປັນຕົ້ນເຫດໃຫ້ເກິດລູກຫລານອອກມາເລື່ອຍບໍ່ແມ່່ນເລື່ອງຫຍາບຊ້າ ແຕ່ເມື່ອບໍ່ເຂົ້າໃຈກໍ່ເປັນເລື່ອງຫຍາບຊ້າ
ຄົນສະໄໝກ່ອນເຄົາຣົບພໍ່ແມ່ເຮັດໃຫ້ມີສີລທັມກ່ວາຄົນສະໄໝນີ້
ສະນັ້ນເປັນທີ່ຊື່ໄດ້ວ່າ ຄົນສະໄໝໂນ້ນ ທີ່ຍັງບູຊາສິວະລຶງຄ໌ແລະອຸມາຍນິຢູ່ນັ້ນ ຕ້ອງມີສີລທັມແລະວັດທະນະທຳທີ່ດີກ່ວາຄົນສະໄໝນີ້ເປັນແນ່ນອນ ຄົນສະໄໝນີ້ບໍ່ຮູ້ບຸນຄຸນພໍ່ແມ່ເສຍແລ້ວ ສະໄໝໂນ້ນຍັງບູຊາບຸນຄຸນຂອງພໍ່ແມ່ເປັນສິ່ງສັກສິດສູງສຸດ ເກງໃຈໂດຍທົ່ວໄປຄົນສະໄໝທີ່ໄຫວ້ສິວະລຶງຄ໌ຍັງຕ້ອງມີສີລທັມ ດີກ່ວາຄົນສະໄໝນີ້ເປັນແນ່ນອນເພາະວ່າຍ່ອມຮັບເລິກເຊິງໄປເຖິງພຣະຄຸນຂອງບິດາມາຣດາ
ຄົນທີ່ຍ່ອມໄຫວ້ສັນຍະລັກສິວະລຶງຄ໌ແລະໂຍນິຄົງບໍ່ອວດດີເພາະວ່າມີບຸນຄຸນ ເພາະວ່າລູກຫລານທຸກຄົນອອກມາທາງຊ່ອງຄອດຂອງມາຣດາ ມັນຈະອວດດີໄປໄດ້ຢ່າງໃດ ຖ້າມັນນຶກຢ່າງນີ້ ສັນຍະລັກຂອງອຸມາໂຍນິກໍ່ຄື ສິ່ງທີ່ທຸກຄົນຈະຕ້ອງຍ່ອມຮັບ ທຸກຄົນອອກມາຈາກຊ່ອງນີ້ ມັນກໍ່ມີຄວາມສະງົບສະງຽມຈຽມໂຕ ສຸພາບດີກ່ວາຄົນສະໄໝບໍ່ຮູ້ຈັກ
ຢາກຈະເວົ້າເຜື່ອໄປເຖິງກັບວ່າ ເດັກປັນຍາອ່ອນບໍ່ຮູ້ຈັກສິ່ງໃດໄດ້ໃກໄປເຖິງມັຄ ຜົລ ນິພພານ ແຕ່ມີປັນຍາເທົ່ານັ້ນແຫລະມັນກໍ່ພໍທີ່ຈະໄຫວ້ສັນຍະລັກຂອງພໍ່ແລະແມ່ຄືສິວະລຶງຄ໌ກັບອຸມາໂຍນິມັນເຮັດໄດ້ ແລ້ວມັນກໍ່ເຊື່ອວ່າມີບຸນຄຸນຕໍ່ໂຕເຮົາ ເຮົາເກິດມາຈາກສິ່ງທັ້ງສອງນີ້ ເດັກປັນຍາອ່ອນມັນທຳໄດ້ ແລ້ວກໍ່ຈະຕ້ອງເລີຍມາເຖິງເຄົາລົບເຖິງພໍ່ແມ່ທີ່ເປັນຄົນ ບໍ່ເຄົາຮົບພຽງສັນຍະລັກ ຄົນສະໄໝຍັງໄຫວ້ສັນຍະລັກພໍ່ແມ່ນີ້ໄດ້ ຕ້ອງມີສີລທັມດີກ່ວາ ຄົນສະໄໝນີ້ຄິດເບິ່ງເອົາເອງ ແມ້ວ່າດ່ຽວນີ້ມັນຈະເກິດໄດ້ຈາກຫລອດແກ້ວບ້າໆບໍໆ ແມ່ນຫຍັງກໍ່ບໍ່ຮູ້ກໍ່ບໍ່ເວັ້ນຈະຕ້ອງມີພໍ່ມີແມ່ ມັນກໍ່ລືມໄປໝົດແລ້ວ ນີ້ຄົນຈະຊົ່ວລົງເພາະເຫດນີ້
ອາຕະມາເລີຍຄຶດເອົາເອງວ່າສັນຍະລັກສິວະລຶງຄ໌ກັບອຸມາໂຍນິຄວນຈະກັບມາອິກ ໃນຍຸກຄົນທີ່ມີຄວາມຮູ້ເລື່ອງອາວະກາດ ເລື່ອງອີເລັກໂຕນິກ ເລື່ອງຄອມພິວເຕີ ຄອມພິວເຕີມັນບອກຄຸນພໍ່ແມ່ໄດ້ເມື່ອໄດ້ ຢ່າບູຊາມັນຫລາຍເລີຍຄອມພິວເຕີທັ້ງຫລາຍມັນກໍ່ຍັກຕາບອດແຕ່ຊ່ວຍຈຳເທົ່ານັ້ນແຫລະ ມັນບອກຄຸນພໍ່ແມ່ບໍ່ໄດ້ດອກ ສະນັ້ນສິວະລຶງຄ໌ກັບອຸມາໂຍນິຄວນກັບມາ ມາອິກເທື່ອໃນຍຸກຄອມພິວເຕີໃຫ້ໄຫວ້ກັນແນ່ ນີ້ເປັນຕົ້ນເຫດແຫ່ງຊີວິດ ໃຫ້ເກິດອອກມາຈາກສິ່ງເຫລົ່ານີ້
ໂລກຍິ່ງຈະເລິນ ລູກຍິ່ງເນຣະຄຸນພໍ່ແມ່
ສັນຍະລັກຂອງພໍ່ແມ່ດຽ່ວນີ້ມີຫຍັງແນ່ ເພາະບໍ່ມີຈຶ່ງເກິດລູກເນຣະຄຸນເຕັມໄປໝົດ ຫລາຍຂື້ນໆ ຕາມຄວາມຈະເລິນ ໂລກຍິ່ງຈະເລິນ ລູກຍິ່ງເນຣະຄຸນພໍ່ແມ່ ມັນເຫັນແກ່ຄວາມສຸຂສ່ວນຕົວລູກສະໄໝນີ້ມັນຄຶດວ່າມັນມີບຸນຄຸນແກ່ພໍ່ແມ່ ຂໍໃຫ້ຄຶດກັນເຖິດ ຖ້າລູກສະໄໝກ່ອນຈະບອກວ່າພໍ່ແມ່ມີບຸນຄຸນແກ່ເຮົາ
ລ້ຽງເຮົາມາ ຄອດເຮົາມາ ລູກສະໄໝນີ້ມັນຄຶດວ່າມັນມີບຸນຄຸນແກ່ພໍ່ແມ່ ມັນໄປຮຽນເມືອງນອກ ເມືອງນາ ໄດ້ດິບໄດ້ດີໄດ້ຊື່ສຽງ ເອົາຊື່ສຽງມາໃຫ້ພໍ່ແມ່ ເພາະສະນັ້ນມັນມີບຸນຄຸນແກ່ພໍ່ແມ່ ເບິ່ງເອົາລູກສະໄໝນີ້ ມັນເກິດຄວາມບໍ່ເຂົ້າໃຈບໍ່ຖູກຕ້ອງຕາມທັມະຊາດກັນເສັຍແລ້ວ
ຕໍ່ສະບັ້ບຫນ້າ

ກໍາເນີດຊາດລາວ

ກໍາເນີດຊາດລາວ
ກໍາເນີດຊາດລາວ: ໂດຍ ທ່ານອາຈານມະຫາສິລາ ວີຣະວົງສ໌

ຄົນຊາດລາວເຮົາມີກໍາເນີດເກີດຂຶ້ນມາໃນໂລກແຕ່ປາງໃດ? ເກີດຢູ່ບ່ອນໃດ? ແລະ
ຍ້ອນເຫດໃດຈຶ່ງຮ້ອງວ່າ ລາວ? ຄໍາຖາມສອງສາມປະໂຫຍກນີ້ຍັງບໍ່ມີທ່ານຜູ້ໃດຫລື ຫນັງສືຜູກ ເຫລັ້ມໃດອະທິບາຍແຈ່ມແຈ້ງ ແລະ ທັງບໍ່ມີຫລັກຖານອັນໃດພໍຈະຢັ່ງຢືນໃຫ້ແນ່ນອນໄດ້.
ເຫັນມີກ່າວໄວ້ໃນຫນັງສືລາງຜູກ ເຊັ່ນໃນຫນັງສື ນິທານ ຂຸນບູຣົມ ກໍ່ເປັນແຕ່ພຽງນິຍາຍ ຫລື
ຄວາມຄຶດຄວາມເຫັນຂອງອາຈານຜູ້ແຕ່ງກ່າວໄວ້ທໍ່ນັ້ນ ສະນັ້ນຈຶ່ງຂໍເລົ່າເຣື່ອງກໍາເນີດຂອງ
ຄົນຊາດລາວ ຕາມທີ່ຫນັງສືເຫລົ່ານັ້ນກ່າວໄວ້ສູ່ຟັງ ແລະ ພ້ອມທັງສະແດງຄວາມຄຶດເຫັນຂອງ
ຂ້າພະເຈົ້າໄວ້ນໍາດ້ວຍດັ່ງຕໍ່ໄປນີ້.

ໃນຫນັງສືຂຸນບູຣົມອັນເປັນຫນັງສືເຣື່ອງປະຫວັດສາດຂອງລາວໂດຍສະເພາະ ເຊິ່ງແຕ່ງໂດຍ
ພຣະມະຫາ ເທບຫລວງ ກັບ ພຣະມຸງຄຸນສິດທິຢູ່ວັດວິຂຸຣະມາຫາວິຫານ ນະຄອນຫລວງພຣະບາງ ໃນສະໄຫມຂອງສົມເດັດພຣະເຈົ້າ ວິຊຸນນະຣາດ ພ.ສ. 2043 ຈ.ສ. 862 ຄ.ສ. 1500 ປາຍ. ກ່າວໄວ້ວ່າແຕ່ກ່ອນພະຍາແຖນໄດ້ແຕ່ງໃຫ້ຂຸນເຄັດ ກັບຂຸນຄານ ລົງມາຕາຕັ້ງຢູ່ເມືອງລຸ່ມ ທີ່ບໍຣິເວນ ທົ່ງນານ້ອຍອອຍນູ ຄືອານາເຂດ ເມືອງແຖນ ຫລື ດ່ຽນ ບຽນ ຝູ ທຸກວັນນີ້ ພະຍາແຖນໄດ້ໃຫ້ຄວາຍຕູ້ຕົວຫນຶ່ງມາເຮັດນາ. ຄັນເມື່ອຄວາຍຕົວນັນຕາຍໄປແລ້ວຂຸນທັງສອງຈຶ່ງຝັງມັນໄວ້ທີ່ຫົວນາ ຕໍ່ມາຈຶ່ງມີເຄືອຫມາກນໍ້າເຕົ້າສອງເຄືອ ເກີດມາຈາກຮູດັງຄວາຍແລ້ວກໍ່ມີຫມາກນໍ້າເຕົ້າໃຫຍ່ສອງ ຫນ່ວຍ ເມື່ອຫມາກນໍ້າເຕົ້າໃຫຍ່ສອງຫນ່ວຍນັ້ນແກ່ແຫ້ງແລ້ວ ກໍ່ເລີຍໄດ້ຍິນສຽງຄົນ ຮ້ອງຊວ່າ ແຊວຢູ່ໃນຫມາກນໍ້າເຕົ້າຫນ່ວຍກົກ. ຂຸນເຄັດຂຸນຂານ ຈຶ່ງເອົາເຫລັກຊີເຜົາໄຟໃຫ້ແດງ ແລ້ວເອົາມາຊີຫມາກນໍ້າເຕົ້າຫນ່ວຍກົກ. ເມື່ອນັ້ນຄົນກໍ່ບຸບຽດກັນ ອອກມາເປັນອັນຫລາຍ. ຄົນພວກອອກ ມາຈາກຫມາກນໍ້າເຕົ້າຫນ່ວຍກົກນີ້ມີຜິວກາຍກໍ່າດໍາ ເພາະຖືກເຫລັກຊີ. ພວກນີ້ເປັນ ພວກ (ຂ້າ) ເຊິ່ງປັດຈຸບັນຮ້ອງວ່າລາວເທິງ. ປູ່ລາງ ເຊິ່ງເຫັນຄົນບຸບຽດກັນ ອອກມາເປັນອັນຄັບຄັ່ງ ຫລາຍ ຈຶ່ງເອົາສິ່ວໄປສິ່ວຫມາກນໍ້າເຕົ້າຫນ່ວຍທີ່ສອງ ຫລື ຫນ່ວຍນ້ອງຄົນກໍ່ລັ່ງອອກມາ. ພວກ ອອກມາທາງຮູສິ່ວມີຜິວກາຍຂາວ ເພາະບໍ່ຖືກຊີຂອງເຫລັກຊີ ພວກນີ້ເປັນລາວ. ຕັ້ງແຕ່ນັ້ນມາ ຈຶ່ງມີຄົນແຜ່ຜາຍຢາຍອອກ ໄປຕັ້ງບ້ານຕັ້ງເມືອງຕໍ່ມາ ແລະ ຍ້ອນ ຄົນ ເຫລົ່ານີ້ ເກີດມາຈາກຫມາກນໍ້າເຕົ້າຈຶ່ງຮຽກຮ້ອງວ່າ ລາວ ພາສາບາລີ ຮ້ອງຫມາກນໍ້າເຕົ້າວ່າ ລາວຸ. ຄົນທີ່ມາ ຈາກຫມາກລາວຸຈຶ່ງຮ້ອງວ່າລາວ. ໃນເຣື່ອງນີ້ຂ້າພະເຈົ້າຜູ້ຂຽນປະຕິເສດວ່າບໍ່ແມ່ນຈັກດີ້. ແຕ່ກໍ່ເປັນ ເຣື່ອງທີ່ອາຈານຜຸ້ແຕ່ງນິທານ ຂຸນບູຣົມ ອັນເປັນປະຫວັດສາດລາວສະບັບທໍາອິດ. ຂຽນບັນລາຍາຍໄວ້ໂດຍ ມີຈຸດປະສົງໃນທາງການເມືອງ ແລະ ການປົກຄອງດັ່ງຈະວິຈານສູ່ຟັງຕໍ່ໄປນີ້ຄື:
ກ. ເຣື່ອງທີ່ວ່າພະຍາແຖນແຕ່ງໃຫ້ຂຸນເຄັດຂຸນຄານລົງມາຕັ້ງເມືອງລຸ່ມນັ້ນ ອາດຈະແມ່ນ ເຣື່ອງຂຸນບູຣົມຣາຊາທິຣາດ ເຊິ່ງເປັນເຈົ້າແຜ່ນດິນລາວຊາວເມືອງຫນອງແສທີ່ຂະຫຍາຍດີນແດນ ລົງມາທາງພາກໄຕ້ ໂດຍມີພຣະຣາຊອາດຍາໃຫ້ຂຸນເຄັດກັບຂຸນຄານລົງມາຕັ້ງທໍາມາຫາກິນຢູ່ໃນດິ ແດນຂອງພວກຂອມ ແລະ ລາວເທິງຕ່າງໆ. ເພື່ອບໍ່ໃຫ້ພວກຂອມຜູ້ເປັນເຈົ້າຂອງຖິ່ນເດີມຂົ່ມເຫັງ ຄົນລາວເພິ່ນຈຶ່ງແຕ່ງເຣຶ່ອງກໍາເນີດຂອງ ຄົນ (ຂ້າ) ຊາດລາວເທິງ ແລະ ຄົນລາວ ວ່າເກີດ ມາຈາກ ຫມາກນໍ້າເຕົ້ານໍາກັນແຕ່ພວກລາວເທິງເກີດກ່ອນ ແລະ ເກີດຈາກຫນ່ວຍກົກ ພວກລາວເທິງຈຶ່ງເປັນ ອ້າຍຂອງຄົນລາວ. ທໍາມະດາອ້າຍບໍ່ຫ່ອນຂົ່ມເຫັງນ້ອງ ດັ່ງນັ້ນພວກລາວເທິງຈຶ່ງໄດ້ປະຕິບັດຕໍ່ຄົນ ລາວໃນສະຖານອ້າຍປະຕິບັດຕໍ່ນ້ອງ. ທໍານຽມນີ້ຍັງຖືກັນມາຈົນເຖິງປະຈຸບັນ.
ຂ. ໃນເຣື່ອງທີ່ຄົນລາວເກີດມາຈາກຫມາກນໍ້າເຕົ້າ (ຫມາກລາວຸ) ນັ້ນ ເຫັນວ່າອາຈານຜູ້ ແຕ່ງນິທານຂຸນບູຣົມຄົງຈະຍັງບໍ່ທັນໄດ້ສືບສາວກົກເຄົ້າເຫງົ້າມູນຄັກແນ່ວ່າຄົນລາວມາຈາກໃສ ແລະ ດ້ວຍເຫດໃດຈຶ່ງຮຽກວ່າ ລາວແຕ່ເພິ່ນເປັນນັກບວດເພິ່ນຮູ້ພາສາບາລີ ເມື່ອເຫັນຄໍາວ່າ ລາວຸ ມີສໍານຽງໃກ້ກັນກັບຄໍາວ່າ ລາວ ກໍ່ຈຶ່ງແຕ່ງໃສ່ວ່າຄົນພວກນີ້ຕັ້ງເດີມເກີດມາຈາກຫມາກນໍ້າເຕົ້າ ແລະ ຄໍາທີ່ວ່າ ຫມາກນໍ້າເຕົ້າໃຫຍ່ສອງຫນ່ວຍ ນັ້ນເພິ່ນຄົງຫມາຍເອົາເຕົ້ານົມຂອງແມ່ສອງເຕົ້າ ນັ້ນເອງ. ໂດຍອະທິບາຍວ່າຄົນທຸກຊາດເກີດມາຕອ້ງອາສັຍຕົ້ນນົມທັງສອງນັ້ນຈຶ່ງໃຫຍ່ ຄົງບໍ່ ຫມາຍເອົາຫມາກນໍ້າເຕົ້າແທ້ໆນັ້ນເປັນແນ່.
໒. ມີຫນັງສືເຣື່ອງຊາດໄທເດີມຂອງສາສດຣາຈານພະຍາອະນຸມານ ຣາຊທົນ ນາຍົກ (ປະທານ) ຂອງຣາຊບັນດິດສະພາແຫ່ງປະເທດໄທ ກ່າວໄວ້ວ່າຄົນຊາດໄທນີ້ແຕ່ກ່ອນຮຽກວ່າ ຊາດອ້າຍລາວ ແລະ ເຫດທີ່ຈະຮຽກວ່າລາວນັ້ນມີເຣື່ອງກ່າວໄວ້ດັ່ງນີ້.
ແຕ່ກ່ອນມີຄົນຈຸ້ມຫນຶ່ງຕັ້ງຖິ່ນຖານຢູ່ແຄມແມ່ນໍ້າຂອງໃນບໍຣິເວນພູເຂົາອັນເປັນເຂດເມືອງ ເສສວນຂອງຈີນທຸກວັນນີ້. ໃນຄົນຈຸ້ມນັ້ນມີຍິງຄົນຫນຶ່ງຊື່ນາງຊາເຢັດ. ນາງມີລູກຊາຍຢູ່ 9 ຄົນ ເວລານາງຈະຕັ້ງທ້ອງມີລູກແຕ່ລະຄົນນັ້ນນາງໄດ້ໄປສ້ອນ ປາໃນແມ່ນໍ້າຂອງ ຂະນະທີ່ສ້ອນປາ ຢູ່ນັ້ນ ເຫມືອນດັ່ງວ່າມີຂອນໄມ້ເປັນເກັດຊາໆມາຮະຂານາງ. ຕໍ່ມາຫລັງຈາກລູກຊາຍຜູ້ທີ 9 ທີ່ເກີດໃຫມ່ໃຫຍ່ພໍແລ່ນຫັນນາງກໍ່ໄປສ້ອນປາບ່ອນເກົ່າທີ່ນໍ້າຂອງອີກ. ຂະນະນັ້ນເກີດມືດຟ້າມົວຝົນແລ້ວ ກໍ່ມີມັງກອນ (ນາກ) ຕົວຫນຶ່ງລອຍລົງມາຈາກອາກາດ ແລະ ຮ້ອງຖາມນາງວ່າ ລູກເຮົາຢຸ່ໃສ? ນາງ
ຊ້າເຢັດມີຄວາມຕົກໃຈຮ້ອງຂຶ້ນໄດ້ຄໍາດຽວວ່າ ເກົ້າຫລົ້ງ ແລ້ວກໍ່ແລ່ນຫນີໄປພ້ອມກັບລູກ ຊາຍຄົນອື່ນຜູ້ເປັນອ້າຍ. ສ່ວນທ້າວນ້ອຍຜູ້ນ້ອງຫລ້ານັ້ນ ແລ່ນຫນີບໍ່ທັນມັງກອນຈຶ່ງລົງມາແລບລິ້ນ ເລຍຫລັງຊາຍນ້ອຍຄົນນັ້ນແລ້ວກໍ່ຫນີໄປ. ຕໍ່ມາເມື່ອຊາຍທັງ 9 ໃຫຍ່ຂຶ້ນ ແລະ ມີຄອບຄົວນ້ອງຊາຍ ຄົນທີ 9 ນັ້ນປະກົດວ່າມີປັນຍາສະຫລາດຫລັກແຫລມກວ່າຫມູ່. ຄົນທັງຫລາຍຈຶ່ງພ້ອມກັນຍົກຂຶ້ນ ເປັນຫົວຫນ້າປົກຄອງຈຸ້ມເຈື້ອເຊຶ້ອສາຍຕໍ່ມາ. ຊາຍທັງເກົ້ານັ້ນເອງໄດ້ເປັນກົກເຄົ້າເຫງົ້າກໍຂອງຊາດ ລາວ ຈຶ່ງຮຽກວ່າ ຊາດອ້າຍລາວ ແປວ່າລາວເດີມ. ຕາມນິທານກ່າວມາສັ້ນໆນີ້ເຮົາຍັງບໍ່ເຫັນຄໍາ ວ່າລາວ ໃກ້ຄຽງກັນກັບນິທານທີ່ກ່າວມານັ້ນແຕ່ຢ່າງໃດ. ແຕ່ເຖິງຢ່າງໃດນັ້ນກໍມີຊ່ອງທາງພໍຈະວິ ຈານໄດ້ດັ່ງຕໍ່ໄປນີ້:
ກ. ໃນພົງສາວະດານຈີນ ພວກຈີນສະໄຫມນັ້ນ ຮຽກພວກອ້າຍນ້ອງທັງເກົ້າຕະກຸນນັ້ນວ່າ ພວກລີ່ ແລະ ຮຽກປະເທດບ່ອນຢູ່ຂອງພວກລີ່ນີ້ວ່າ ຈົກ.ພວກລີ່ຊາວເມືອງຈົກນີ້ເຄີຍທໍາສົງຄາມກັບ ຈີນເປັນສົງຄາມໃຫຍ່ໃນລະຫວ່າງສະໄຫມກ່ອນພຸດທະສັກກະຣາດ 2598.
ຂ. ໃນຫນັງສືພົງສາວະດານໂຍນົກກ່າວເຖິງເຣື່ອງພຣະເຈົ້າອະນຸຣຸດ ແຫ່ງປະເທດພະມ້າ ຕັ້ງຈຸລະສັກກະຣາດ ພຣະອົງໄດ້ເຊີນບັນດາກະສັດທັງຫລາຍທີ່ເປັນເຈົ້າຂອງປະເທດຕ່າງໆໃນອີນ ດູຈີນນີ້ໄປປະຊຸມ.ແຕ່ວ່າປະເທດໂຍນົກ ນະຄອນຊຽງແສນ ບໍ່ມີກະສັດ ພຣະອີນຈຶ່ງສັ່ງໃຫ້ເທວະ ບຸດຕົນຫນຶ່ງລົງມາເກີດເປັນມະນຸດ ໂດຍ ອຸປະຕິກະກໍາເນີດ ແປວ່າເກີດເປັນໂຕໃຫຍ່ໂລດ ບາດດຽວ. ມະນຸດຄົນນັ້ນຮຽກວ່າປູ່ເຈົ້າລາວຈົກ. ປູ້ເຈົ້າລາວຈົກນີ້ໄດ້ເປັນກະສັດສຽງແສນຕໍ່ມາ.
ເຣື່ອງທີ່ກ່າວມານີ້ເປັນເຣື່ອງເກີດຂຶ້ນໃນປີພຸດທະສັກກະຣາດ 1181 ເຊິ່ງເປັນທີ່ຫ່າງກັນ ກັບເຣື່ອງທີ່ກ່າວໃນຂໍ ກ. ເກືອບ 2000 ປີ. ແຕ່ກໍ່ມີເຣື່ອງທີ່ຄ້າຍຄືກັນຢູ່ບ່ອນວ່າ ປູ່ເຈົ້າລາວຈົກ.
ມີຊື່ຄືກັນກັບຊື່ປະເທດຂອງພວກ ລີ່ (ອ້າຍລາວ) ທີ່ຈີນຮຽກວ່າ ປະເທດຈົກ. ດັ່ງນັ້ນເຣື່ອງທີ່ກ່າວ ວ່າປູ່ເຈົ້າລາວຈົກຜູ້ເປັນຕົ້ນວົງກະສັດຊຽງແສນເປັນອຸປະຕິກໍາເນີດນັ້ນຄົງແມ່ນເຈົ້າລາວອົງຫນຶ່ງມາ ຈາກປະເທດຈົກ ຫລື ເມືອງຈົກທີ່ໄດ້ມາເປັນໃຫຍ່ຂຶ້ນໃນແຄວ້ນໂຍນົກຄືນະຄອນຊຽງແສນໃນປີ ພຣະເຈົ້າແຜ່ນດິນພະມ້າຕັ້ງຈຸລະສັກກະຣາດນັ້ນກໍ່ອາດຈະເປັນໄດ້.
ຄ. ໃນພົງສາວະດານຈີນໄດ້ກ່າວໄວ້ອີກວ່າ ຖິ່ນຖານຕັ້ງເດີມຂອງຄົນລາວນັ້ນແມ່ນ ບໍຣິເວນພູອ້າຍລາວ ທີ່ຢູ່ໃນເຂດເມືອງ ເສສວນ ຂອງຈີນທຸກວັນນີ້. ສ່ວນແມ່ນໍ້າຂອງ ບ່ອນ ພວກ ອ້າຍລາວຕັ້ງຖິ່ນຖານຢູ່ນັ້ນຊາວຈີນຮຽກວ່າ ເກົ້າຫລົ້ງ. ຕໍ່ມາສຽງພ້ຽນໄປເປັນກິວລຸງ ຫລື ກິວລຸງ ກຽງ ທີ່ຈິງຄໍາວ່າ ເກົ້າຫລົງ ກັບ ກິວລຸງ ກໍ່ແມ່ນຄໍາດຽວກັນ ອັນແປວ່າມັງກອນທັງ 9 ຫລື ນາກ ຄືຊາຍເກົ້າ ຄົນນັ້ນເອງ. ພົງສາວະດານຈີນຍັງໄດ້ກ່າວອີກວ່າ ເນື່ອງຈາກຄົນຊາດລາວມີສະກຸນ ສືບມາຈາກມັງກອນຄືນາກ. ພວກອ້າຍລາວຈຶ່ງນັບຖືນາກ ແລະ ມັກສັກຮູບນາກກ້ຽວແຂນ (ຄົນຈີນທາງເມືອງເສສວນມັກສັກຮູບມັງກອນກ້ຽວແຂນເຫັນຈະເນື່ອງມາຈາກຂໍ້ນີ້)
ງ. ເມື່ອພວກລາວເຮົາອົບພະຍົບລົງມາຢູ່ທາງເມືອງແຖນ ຄືແຂວງສິບສອງປັນນາ ແລະ ສິບ ສອງຈຸໄທ ໃນສະໄຫມຂຸນລໍ ຕົ້ນຕະກຸນກະສັດລາວນັ້ນຊາວຈີນກໍ່ຮຽກເມືອງແຖນວ່າ ເກົ້າຫລົງ ແລະ ຮຽກແມ່ນໍ້າຂອງບ່ອນຊື່ເມືອງຊຽງຮຸ່ງໃນແຂວງສິບສອງປັນນານັ້ນວ່າ ກິວລົງກຽງ ຄືກັນ.
ຈ. ໃນຫນັງສືເຣື່ອງ ທ້າວຮຸ່ງ ຫລື ທ້າວເຈືອງ ກໍ່ເອີ້ນຊື່ເມືອງຂອງແຖນລໍ (ຂຸນລໍນັ້ນເອງ) ວ່າເມືອງກາຫລົງ ພ້ຽນມາຈາກເກົ້າຫລົ້ງນັ້ນເອງ ດັ່ງມີກ່າວໄວ້ໃນຕອນແຖນລໍລົງມາມາຕີເມືອງ ຕຸມວາ (ເມືອງໃດບໍ່ຮູ້) ທີ່ຢູ່ໃກ້ເຂດແດນຂອງເມືອງປະກັນ (ແຂວງຊຽງຂວາງ) ວ່າ
ພຣະບາດທ້າວ……ລ້ານໂລກແຖນລໍ
ທັນຢໍາກິນກາຫລົງ…..ຢູ່ກະເສີນຍູສ້າງ
ທຶກໄທພ້ອມ…..ຂຸນແຖນເລີຍກ່າວ
ວອນພຣະກ້າວ…..ລົງພ້ອມໄຜ່ພັນ…ດັ່ງນີ້.

ສ. ໃນພາສາລາວແທ້ໆ ນາກ ຮຽກວ່າ ລວງ ຄໍາວ່ານາກນັ້ນແມ່ນພາສາບາລີ ແລະ ຄໍາວ່າ ນາກ ມັງກອນ ລວງ ທັງສາມຄໍານີ້ຫມາຍເອົາສັດໂຕດຽວກັນຄື ນະຄະ ເປັນພາສາບາລີ ມັງກອນ
ເປັນພາສາສັນສະກຣິດ ລວງເປັນພາສາລາວດັ່ງກ່າວໄວ້ໃນຫນັງສືຄໍາກອນເຣືອງສັງສິນໄຊວ່າ:
ເປັນດັ່ງສາຄອນບ້າ….ນາງລວງລືມເພດ
ເທືອງຫນ່າຍຫນ້າ….ແຫນງຊໍ້າສົ່ງຫນີ.

ຫລືໃນຫນັງສືເຣື່ອງເວສະສັນຕະຣາຊາດົກ ວ່າ:
ແປ້ນອັດຫນ້າພີ່ຈັກແຕ້ມລາວລວງ ດວງປີພີ່ຈັກໃສ່ຊໍ່ຟ້າ…ເປັນຕົ້ນ.

ຕາມເຣື່ອງທີ່ກ່າວມາຫຍໍ້ໆທັງຫມົດນີ້ພໍຈະສະຫລຸບໄດ້ວ່າຄໍາວ່າ ລາວ ນີ້ຄົງຈະພ້ຽນສຽງມາຈາກຄໍາ ທີ່ຄົນຈີນຮຽກຄົນລາວວ່າ ລີ່ ຫລື ພ້ຽນມາຈາກຄໍາວ່າເກົ້າຫລົງທີ່ນາງຊ້າເຢດຮ້ອງຂຶ້ນໃນເວລາຖືກ ລວງຮ້ອງຖາມແລ້ວ ຫລົ້ງກໍ່ປ່ຽນມາເປັນລຸງເພາະຄໍາວ່າລຸງ ກໍ່ເປັນຊື່ຂອງນະຄອນຫລວງ ຂອງລາວສະໄຫມຍັງຢູ່ປະເທດຈີນ ແລະ ທັງຊື່ຂອງແມ່ນໍ້າຂອງທີ່ຮຽກວ່າກິວລຸງກຽງນັ້ນດ້ວຍ. ແລ້ວລຸງກໍ່ປ່ຽນມາເປັນລວງ. ແລ້ວກໍພ້ຽນມາເປັນລາວ. ຂໍ້ສັນນິດຖານທີ່ກ່າວມານີ້ເປັນຂໍ້ສັນນິດ ຖານຂອງຂ້າພະເຈົ້າ. ແຕ່ກໍ່ມີຫລາຍທ່ານແປຄໍາຫມາຍວ່າ ລາວ ຕ່າງຈາກທີ່ກ່າວມາແລ້ວນັ້ນກໍມີ. ເຊັ່ນ:
໑. ທ່ານສາສດຣາຈານ ຄຣິຟຕັນດອນ ນັກສອນສາສນາ ຊາວອະເມຣິກັນ ກ່າວໄວ້ວ່າ ລາວ ແປວ່າໃຫຍ່. ຫມາຍຄວາມວ່າຊາດລາວເປັນຊາດໃຫຍ່ມີຄົນຫລາຍ ແລະ ເປັນຊາດທີ່ມີວັດທະນະທັມ ສູງມີຄວາມຈະເຣີນມາແລ້ວ.
໒. ທ່ານເຈົ້າຄູນ ພຣະທັມມະທິຣາດ ມະຫາມຸນິ ກ່າວໄວ້ໃນຫນັງສືພິມ ໂຍນົກລາຍເດືອນ ວ່າຄໍາ ວ່າລາວ ອາກພ້ຽນມາຈາກຄໍາວ່າ ດາວ ເຊິ່ງຫມາຍຄວາມວ່າ ຟ້າ ຫລື ສູງ ເພາະວ່າແຕ່ກ່ອນ ລາວເຮົາຕັ້ງຖິ່ນຖານຢູ່ໃນຮາບສູງໃນປະເທດຈີນ ແລະ ເປັນຜູ້ມີເຊື້ອສາຍສືບມາຈາກຟ້າຄືພຣະຍາ ແຖນ.
໓. ໃນຫນັງສືທິທານຂຸນບູຣົມ ກ່າວ